spot_img
Homeຂ່າວຕ່າງປະເທດໄຮ້​ຮ່ອງ​ຮອຍ! ທີມ​ຄົ້ນ​ຫາ MH370 ຍອມ​ຮັບ ບໍ່​ມີ​ວີ່​ແວວ​ທີ່​ຈະພົບ​ຊາກເຮືອ​ບິນລຳ​ນີ້​ເລີຍ!

ໄຮ້​ຮ່ອງ​ຮອຍ! ທີມ​ຄົ້ນ​ຫາ MH370 ຍອມ​ຮັບ ບໍ່​ມີ​ວີ່​ແວວ​ທີ່​ຈະພົບ​ຊາກເຮືອ​ບິນລຳ​ນີ້​ເລີຍ!

Published on

EyWwB5WU57MYnKOuXxzvR8uiyDiapbaYAuYcKUzhjspCE5s0ySsN5d

ທີມ​ຄົ້ນ​ຫາ​ເຮືອ​ບິນ MH370 ຍອມ​ຮັບ ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ທີ່​ຈະ​ພົບ​ຊາກ​ເຮືອ​ບິນ​ໂດຍ​ສານ ມາ​ເລ​ເຊຍ ແອ​ຣ໌ລາຍ ລຳ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ການ​ຄົ້ນ​ຫາ ໄດ້​ກິນ​ເນື້ອ​ທີ່ 120,000 ຕາ​ລາງ​ກິ​ໂລ​ແມັດແລ້ວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ທີມ​ຄົ້ນ​ຫາ​ເຮືອ​ບິນ​ໂດຍ​ສານ ຂອງ​ສາຍ​ການ​ບິນ ມາ​ເລ​ເຊຍ ແອ​ຣ໌ລາຍ ຖ້ຽວບິນ MH370 ເຊິ່ງ​ນຳ​ໂດຍ​ປະ​ເທດ​ອົດ​ສະ​ຕ​າ​ລີ ໄດ້​ອອກ​ມາ​ຍອມ​ຮັບ​ວ່າ ຮອດ​ບໍ່​ມີ​ວີ່​ແວວ​ວ່າ​ຈະ​ພົບ​ຊາກ​ເຮືອ​ບິນ​ໂດຍ​ສານ​ລຳ​ນີ້​ເລີຍ ຫລັງ​ຈາກ​ທີ່​ໄດ້​ຄົ້ນ​ຫາ​ມາ​ຕັ້ງ​ແຕ່ 15 ເດືອນ​ກ່ອນຫລັງ​ຈາກ​ເກີດ​ເຫດ​ສູນ​ຫາຍ​ໄປ​ຢ່າງ​ໄຮ້​ຮ່ອງ​ຮອຍ ໂດຍ​ທີມ​ຄົ້ນ​ຫາ​ໄດ້​ປະ​ຕິ​ບັດ​ການ​ໃນ​ພື້ນ​ທີ່​ຫລາຍ​ກ່​ວາ​ເກົ່າ ເຖິງ 2 ເທົ່າ ເຊິ່ງກວມ​ພື້ນ​ທີ່ 120,000 ຕາ​ລາງ​ກິ​ໂລ​ແມັດ ທົ່ວ​ບໍ​ລິ​ເວນ​ຕອນ​ໃຕ້​ຂອງ​ມະ​ຫາ​ສະ​ໝຸດ​ອິນ​ເດຍ ໂດຍ​ເນື້ອ​ທີ່​ດັ່ງ​ກ່າວ​ນີ້ ທຽບ​ໃສ່​​ເກາະ​ເວ​ລ​ສ໌ ຂອງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ (UK) ແມ່ນ​ໃຫຍ່​ກ່​ວາເຖິງ 6 ເທົ່າ ແຕ່​ກໍ​ຍັງ​ໄຮ້​ຮ່ອງ​ຮອຍ.

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...