spot_img
Homeຂ່າວຕ່າງປະເທດໄວລຸ້ນໄຟແຮງລັກມີເພດສຳພັນກັນເທິງເຮືອບິນ

ໄວລຸ້ນໄຟແຮງລັກມີເພດສຳພັນກັນເທິງເຮືອບິນ

Published on

ຜູ້ໂດຍສານ 2 ຄົນ ຖືກເຊີນລົງເຮືອບິນໂດຍສານທັນທີ ຫຼັງຈາກທີ່ລົງຈອດໃນປະເທດສະເປນ ເນື່ອງຈາກທັງສອງລັກມີເພດສຳພັນກັນໃນຫ້ອງນ້ຳເທິງເຮືອບິນ.

ເປັນຄລິບທີ່ເຜີນແຜ່ກັນຫຼາຍໃນສັງຄົມອອນລາຍ ໂດຍທັງສອງຖືກວິຈານເປັນວົງກວ້າງ ພາຍຫຼັງທີ່ມີໜຸ່ມສາວ 1 ຄູ່ ລັກມີເພດສຳພັນກັນໃນຫ້ອງນ້ຳເທິງເຮືອບິນໂດຍສານອິຊີເຈັດ ຂະນະທີ່ເດີນທາງຈາກເມືອງລູຕັນຂອງປະເທດອັງກິດ ໄປຫາປະເທດສະເປນ ໂດນສະຈວດເທິງເຮືອບິນ ໄດ້ຮັບແຈ້ງວ່າມີຄວາມຜິດປົກກະຕິໃນຫ້ອງນ້ຳ ເຮັດໃຫ້ໄປເປີດປະຕູກວດສອບຕາມສຽງຮ້ອງຮຽນຂອງຜູ້ໂດຍສານທ່ານອື່ນໆໃນເຮືອບິນ.

ພາຍຫຼັງທີ່ເປີດປະຕູຫ້ອງນ້ຳແລ້ວ ສິ່ງທີ່ບໍ່ຄາດຄິດກໍປາກົດຂຶ້ນ ໜຸ່ມສາວມີເພດສຳພັນກັນໃນຫ້ອງນ້ຳ ພາຍຫຼັງທີ່ເປີດຊາຍໜຸ່ມທີ່ຢູ່ໃນຫ້ອງນ້ຳຮູ້ຕົວແລ້ວກໍຮີບປິດປະຕູຄືນດ້ວຍຄວາມອັບອາຍ ເຊິ່ງເຫດການດັ່ງກ່າວໄດ້ຖືກບັນທຶກຈາກຜູ້ໂດຍສານໃນເຮືອບິນ.

ຢ່າງໃດກໍຕາມ ພາຍຫຼັງທີ່ເຮືອບິນໄດ້ລົງຈອດ ທັງສອງກໍຖືກຕຳຫຼວດຄວບຄຸມຕົວໄປ ແຕ່ບໍ່ມີລາຍງານລະອຽດວ່າທັງສອບໄດ້ຖືກຈັບດຳເນີນຄະດີຫຼືບໍ່ ໂດຍໃນກົດໝາຍແລ້ວ ການມີເພດສຳພັນໃນຫ້ອງນ້ຳສາທາລະນະທີ່ບຸກຄົນທົ່ວໄປສາມາດເຂົ້າເຖິງໄດ້ຖືວ່າເປັນເລື່ອງທີ່ຜິດກົດໝາຍ.

ແຫຼ່ງຂ່າວ Daily Mail

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...