spot_img
Homeຂ່າວຕ່າງປະເທດໄຟຟ້າໃນໝູ່ບ້ານດັບ 2 ຊົ່ວໂມງຫຼັງເຮືອບິນທະຫານຝຣັ່ງ 2 ລຳຕຳສາຍສົົ່ງກະແສໄຟຟ້າ

ໄຟຟ້າໃນໝູ່ບ້ານດັບ 2 ຊົ່ວໂມງຫຼັງເຮືອບິນທະຫານຝຣັ່ງ 2 ລຳຕຳສາຍສົົ່ງກະແສໄຟຟ້າ

Published on

ເຮືອບິນທະຫານ 2 ລຳ ຂອງຝຣັ່ງທີ່ບິນໃກ້ໆກັບພື້ນດິນໄດ້ຕຳສາຍໄຟຟ້າ ແລະ ຕັດສາຍໄຟຟ້າໄປສູ່ບ້ານແຫ່ງໜຶ່ງໃນພາກໃຕ້ຂອງຝຣັ່ງ. ເຫດການດັ່ງກ່າວໄດ້ເກີດຂື້ນໃນຕອນບ່າຍວັນພຸດທີ່ຜ່ານມາຢູ່ບ້ານນ້ອຍໆຂອງ Le Castellet ໃກ້ກັບເຮືອບິນ Manaque. ເຮືອບິນ Rafale ທັງສອງລຳບິນອອກຈາກຖານທັບອາກາດໃກ້ຄຽງດ້ວຍທ້ຽວບິນຝຶກຄວາມສູງຕໍ່າ ມີການເປີດການສອບສວນໃນເຫດການທີ່ເກີດຂຶ້ນ.

ທ່ານເຈົ້າເມືອງໄດ້ກ່າວຕໍ່ສຳນັກຂ່າວທ້ອງຖິ່ນ France Bleu ວ່າ ຍົນໄດ້ບິນຕໍ່າຫຼາຍຈົນຂ້ອຍເວົ້າກັບຕົວເອງວ່າມັນໄປຢູ່ກ້ອງສາຍໄຟ Benoît Gouin ເຊິ່ງຂັບລົດຢູ່ໃນເວລານັ້ນກ່າວວ່າ ຕາມເສັ້ນທາງລາວເຫັນສາຍໄຟຖືກຕັດຂາດກອງເທິງພື້ນ ເຮືອບິນລຳໜຶ່ງຕໍາເສ້ນ ແລະ ຕັດມັັນ ຂ້ອຍໄດ້ໂທຫາໜ່ວຍບໍລິການສຸກເສີນທັນທີ. ການຕົກຂອງສາຍເຄເບິລເຮັດໃຫ້ເກີດໄຟໄໝ້ ແຕ່ກໍ່ຖືກຄວບຄຸມໄວ້ໄດ້ຢ່າງໄວວາ.

ໜັງສືພິມ La Provence ລາຍງານວ່າ ໝູ່ບ້ານນີ້ຍັງບໍ່ມີໄຟຟ້າໃຊ້ເປັນເວລາ 2 ຊົ່ວໂມງໃນຂະນະທີ່ຖະໜົນທາງເຂົ້າແມ່ນຖືກຫ້າມຜ່ານດ້ວຍເຫດຜົນດ້ານຄວາມປອດໄພ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...