spot_img
Homeຂ່າວຕ່າງປະເທດໄທກຽມປະຊຸມຊີ້ແຈງຕໍ່ອົງການພິທັກສັດກໍລະນີໃຊ້ແຮງງານລິງເກັບໝາກພ້າວ

ໄທກຽມປະຊຸມຊີ້ແຈງຕໍ່ອົງການພິທັກສັດກໍລະນີໃຊ້ແຮງງານລິງເກັບໝາກພ້າວ

Published on

ເວັບຊ innnews ລາຍງານເມື່ອວັນທີ 6 ກໍລະກົດ 2020 ວ່າ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຄ້າໄທ ກ່າວເຖິງກໍລະນີທີ່ PETA ສັ່ງຫ້າມຈຳໜ່າຍຜະລິດຕະພັນກະທິໝາກພ້າວຈາກໄທ ເພາະເຫັນວ່າການໃຊ້ແຮງງານລິງເກັບໝາກພ້າວເປັນການທາລຸນສັດ ເຊິ່ງເລື່ອງນີ້ເຄີຍເປັນປະເດັນແລ້ວຄັ້ງໜຶ່ງ ແລະ ໄດ້ມີການຊີ້ແຈ້ງກ່ຽວກັບເລື່ອງນີ້ໄປແລ້ວ ກ່ອນຈະກັບມາເປັນປະເດັນອີກຄັ້ງ.

ສຳລັບການສົ່ງອອກຜະລິດຕະພັນຈາກໝາກພ້າວທີ່ສຳຄັນມີ 2 ຊະນິດຄື: ກະທິ ແລະ ໝາກພ້າວອ່ອນ, ແຕ່ບັນຫາໃນເວລານີ້ຄືເລື່ອງຂອງນໍ້າກະທິທີ່ມີຍອດສົ່ງອອກເມື່ອປີທີ່ຜ່ານມາຫຼຸດລົງປະມານ 12,300 ລ້ານບາດ ໂດຍສົ່ງອອກໄປທີ່ສະຫະພາບເອີຣົບ 18% ມູນຄ່າການສົ່ງອອກ 2,250 ລ້ານບາດ ແລະ ປະທດອັງກິດ 8% ມູນຄ່າ 1,000 ລ້ານບາດ ແຕ່ປະເດັນທີ່ເປັນບັນຫາໃນຂະນະນີ້ຄືມີຄວາມເຂົ້າໃນຄາດເຄື່ອນວ່າປະເທດໄທມີການໃຊ້ແຮງງານລິງໃນການເກັບໝາກພ້າວ.

ທັງນີ້, ທ່ານ ຈຸລິນ ລັກສະນະວິສິດ ຢືນຢັນວ່າ ການໃຊ້ລິງເກັບໝາກພ້າວນັ້ນ ເປັນເລື່ອງວັດທະນະທຳກັບການທ່ອງທ່ຽວຫຼາຍກວ່າ ແຕ່ໃນເລື່ອງຂອງການໃຊ້ງານໃນພາກອຸດສາຫະກຳນັ້ນບໍ່ມີແລ້ວ ຕອນນີ້ໄດ້ມອບໝາຍໃຫ້ກົມສົ່ງເສີມການຄ້າລະຫວ່າງປະເທດນັດພົບປະກັບຜູ້ປະກອບການຜະລິດກະທິ ແລະ ຜູ້ຜະລິດແປຮູບຜະລິດຕະພັນຈາກໝາກພ້າວເຂົ້າມາຫາລືກັນ ເພື່ອຫາແນວທາງຮ່ວມກັນໃນການຊີ້ແຈງຕໍ່ປະເທດທີ່ຍັງສົງໃສ ລວມເຖິງອົງການພິທັກສັດທີ່ຕ້ອງການຂໍ້ມູນ ວ່າຈະຊີ້ແຈງໄປໃນຮູບແບບໃດ ເຊັ່ນ: ການລົງໄປເບິ່ງຕົວຈິງໃນການເກັບໝາກພ້າວພາກອຸດສາຫະກຳ ໃນວັນທີ 8 ກໍລະກົດນີ້.

ອ່ານຂ່າວຍ້ອນຫຼັງ: ຊຸບເປີມາເກັດໃນອັງກິດຫຼາຍແຫ່ງຖອນສິນຄ້າໝາກພ້າວ

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...