spot_img
Home​ຂ່າວທ່ອງທ່ຽວໄຊສົມບູນ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ໄດ້ 2.325 ເທື່ອຄົນ

ໄຊສົມບູນ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ໄດ້ 2.325 ເທື່ອຄົນ

Published on

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ໄດ້ລາຍງານໃນກອງປະຊຸມ ສ່ອງແສງລັດຖະບານ ປະຈຳເດືອນ ພະຈິກ 2023 ທີ່ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2023ຜ່ານມານີ້ ໂດຍຜ່ານວິດີໂອທາງໄກວ່າ: ໃນໄລຍະໜຶ່ງເດືອນຜ່ານມາ ການຈັດເກັບລາຍຮັບເຂົ້າງົບປະມານ ຂອງແຂວງໄຊສົມບູນ ສາມາດປະຕິບັດໄດ້ 15,8 ຕື້ກີບ, ການຄຸ້ມຄອງລາຍຈ່າຍງົບປະມານ ປະຕິບັດໄດ້ 74,32 ຕື້ກີບ ໃນນີ້ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໄດ້ທັງໝົດ 2.325 ເທື່ອຄົນ, ຍິງ 570 ເທື່ອຄົນ, ພາຍໃນ 1.375 ເທື່ອຄົນ, ຍິງ 225 ເທື່ອຄົນ, ຕ່າງປະເທດ 950 ເທື່ອຄົນ, ຍິງ 125 ເທື່ອຄົນ.

ໂອກາດດຽວກັນນີ້, ທ່ານ ຮອງເຈົ້າແຂວງໄຊສົມບູນ ຍັງໄດ້ສະເໜີຂໍການພິຈາລະນາ ໃຫ້ລັດຖະບານຊ່ວຍແກ້ໄຂບາງບັນຫາ ໂດຍສະເພາະ ເລື່ອງການສະໜອງທຶນ 50 ຕື້ ໃຫ້ກອງທຶນພັດທະນາ ແຂວງໄຊສົມບູນ, ພ້ອມທັງເລື່ອງທຶນກະຕຸ້ນເສດຖະກິດ ຕາມແຈ້ງການຂອງນາຍົກ ເລກທີ 93/ນຍ, ສະເໜີໃຫ້ທະນາຄານກາງແກ້ໄຂທຶນກະຕຸ້ນເສດຖະກິດ ໃຫ້ກອງທຶນພັດທະນາ ແຂວງໄຊສົມບູນ ແລະ ບັນຫາອື່ນໆ ຕື່ມອີກ.
ທີ່ມາ: ປະເທດລາວ, ຂໍຂອບໃຈຮູບພາບ: ກິນເກັງ-kingeng

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...