spot_img
Homeຂ່າວພາຍ​ໃນໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນພະຍາດໂຄວິດ-19 ຮອບທີ 1 ໃຫ້ບັນດາກຸ່ມສ່ຽງ

ໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນພະຍາດໂຄວິດ-19 ຮອບທີ 1 ໃຫ້ບັນດາກຸ່ມສ່ຽງ

Published on

ແຂວງໄຊຍະບູລີ ເປີດຂະບວນການສັກວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກຂອງເມືອງໄຊຍະບູລີ ໃນວັນທີ 5 ມີນາ 2021.

ເຊິ່ງນໍາພາໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ຈະໄດ້ດໍາເນີນການສັກຢາໃນຮອບທີ 1 ຈົນເຖິງ ວັນທີ 12 ມີນາ 2021 ນີ້ ເປັນຕົ້ນ ການນໍາຂອງແຂວງ, ການນໍາຂອງເມືອງໄຊຍະບູລີ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະນັກງານສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ, ຫ້ອງວ່າການແຂວງ, ກໍາມະບານແຂວງ, ຫ້ອງປະກັນສັງຄົມ, ພະແນກການຕ່າງປະເທດ, ໄອຍະການແຂວງ, ແນວລາວສ້າງຊາດ, ພະແນກພາຍໃນ, ພະລັງງານບໍ່ແຮ່, ພະນກ ຍທຂ, ພະແນກ ຖວທ, ຊາວໜຸ່ມແຂວງ, ສຶກສາແຂວງ, ພາສີ, ຈັດຕັ້ງ, ສານແຂວງ, ພະແນກ ຮສສ, ທະນາຄານພາຍໃນແຂວງ, ນໍ້າປະປາ, ໄຟຟ້າ, ອີທີແອວ, ລາວໂທລະຄົມ, ຢູນິເທວ, ສະຫະພັນແມ່ຍິງແຂວງ, ໄປສະນີ, ສະພາປະຊາຊົນແຂວງ, ທະຫານແຂວງ.

ເຊິ່ງໃນຮອບທີ 1 ຈະສັກທັງໝົດ 9.900 ໂດສ ແລະ ຮອບທີ 2 ຈະສັກຕື່ມໃນວັນທີ 6 ເມສາ 2021 ຈໍານວນ 9.900 ໂດສ ລວມທັງໝົດທີ່ແຂວງໄຊຍະບູລີ ໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ທັງໝົດ 19.800 ຫຼອດ. ພ້ອມນີ້ຍັງໄດ້ແຈກຢາຍວັກແຊັງໃຫ້ຈໍານວນເປົ້າໝາຍ 11 ເມືອງໃນທົ່ວແຂວງ ເຊັ່ນ: ເມືອງຄອບ 600 ໂດສ, ຊຽງຮ່ອນ 500ໂດສ , ເມືອງເງິນ 600 ໂດສ, ຫົງສາ 700ໂດສ , ໄຊສະຖານ 400 ໂດສ, ໄຊຍະບູລີ 500 ໂດສ, ເມືອງພຽງ 500 ໂດສ, ເມືອງປາກລາຍ 700 ໂດສ, ທົ່ງມີໄຊ 500 ໂດສ, ແກ່ນທ້າວ 700ໂດສ , ເມືອງບໍ່ແຕນ 500 ໂດສ.

ນອກຈາກນີ້ ຍັງມີພະແນກການອ້ອມຂ້າງແຂວງ 3.000 ໂດສ, ໂຮງໝໍແຂວງ 500 ໂດສ, ໂຮງໝໍທະຫານແຂວງ 100 ໂດສແລະ ໂຮງໝໍກອງພົນທີ II ຈຳນວນ100  ໂດສ. ວັກແຊັງດັ່ງກ່າວແຈກຢາຍເຖິງເມືອງໃນທົ່ວແຂວງ ເປັນຮຽບຮ້ອຍ ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນນີ້ຢູ່ໂຮງໝໍຊຸມຊົນເມືອງຊຽງຮ່ອນ ແລະ ຫ້ອງການສາທາລະນະສຸກເມືອງພຽງ, ໂຮງໝໍຊຸມຊົນເມືອງຫົງສາ, ຫ້ອງການສາທາລະນະສຸກເມືອງຄອບ ກໍ່ໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມທີ່ມີຄວາມສ່ຽງ ໂດຍສະເພາະແພດໝໍ ຜູ້ທີ່ເຮັດວຽກຢູ່ດ່ານ ແລະ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...