spot_img
HomeBaby-ແມ່ແລະເດັກໃຫ້ເດັກນ້ອຍດື່ມນົມແມ່ປະສົມນ້ຳອັນຕະລາຍເຖິງຊີວິດ

ໃຫ້ເດັກນ້ອຍດື່ມນົມແມ່ປະສົມນ້ຳອັນຕະລາຍເຖິງຊີວິດ

Published on

mlijeko-1024x754

ການ​ມີ​ລູກ​ຄົນໜຶ່ງ​ຕ້ອງມາ​ພ້ອມ​ກັບ​ຄ່າ​ໃຊ້​ຈ່າຍ​ຫລວງຫລາຍບໍ່ວ່າຈະ​ຄ່າ​ຜ້າ​ອ້ອມ,ຄ່ານົ​ມ ແລະ​ຂອງ​ໃຊ້​​ອື່ນໆອີກ​ນັບ​ບໍ່​ຖ້ວນນີ້ເປັນ​ທີ່​ມາ​ຂອງ​ຂ່າວ​ທີ່ສະລົດໃຈ​ລ່າ​ສຸດເມື່ອ​ຄອບຄົວ​ໜຶ່ງ​ໃນ​ຈໍ​ເຈຍ​ຕ້ອງ​ເສຍ​ລູກ​ນ້ອຍ​ໄປພຽງ​ເພາະ​ພວກ​ພວກເຂົາ​ບໍ່​ມີ​ເງິນ​ຊື້​ນົມ​ໃຫ້​ລູກ

นมแม่ผสมน้ำ-450x271

ລາຍ​ງານ​ຂ່າວ​ຂອງ​ເດ​ລິ​ເມລ​ລະ​ບຸ​ວ່າແມ່​ຂອງ​ເດັກນ້ອຍ ລໍ​ເລນ ຟ​ລິດ​ທິດ ມີ​ນ້ຳ​ນົມ​ບໍ່​ພໍ ແຕ່​ແທນ​ທີ່​​ພວກເຂົາ​ຈະ​ໃຊ້​ນົມ​ຜົງທົດ​ແທນລໍ​ເລນ​ແລະ​ພໍ່​ຂອງ​ເດັກນ້ອຍ ເຮີເ​ບິລ ແລນ​ເດຣນ​ພັດປະສົມ​ນ້ຳ​ລົງ​ໄປ​ໃນ​ນົມ​ແມ່ເປັນ​ເຫດ​ໃຫ້​ເດັກນ້ອຍ​ເສັຍຊີວິດ​ຈາກ​ພາ​ວະ​ເມົາ​ນ້ຳ ໂດຍ​ທັງ​ສອງ​ກຳ​ລັງ​ຖືກ​ສອບ​ສວນ​ໃນ​ຄະດີ​ຄາດຕະ​ກຳ​ລູກ​ນ້ອຍ​ອາຍຸ10ເດືອນ​ຂອງ​ໂຕ​ເອງການ​ໃຫ້​ເດັກນ້ອຍ​ດື່ມ​ນ້ຳ​ຫລາຍ​ເກີນ​ໄປ​ເປັນ​ອັນຕະລາຍ​ຢ່າງ​ຍິ່ງ​ຕໍ່​ເດັກ​ນ້ອຍທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ1ປີ

ໂຮງໝໍ​ເດັກ​ເຊນ​ຫລຸຍ​ໄດ້​ອອກ​ມາ​ອະທິບາຍ​ວ່າ​ຖ້າ​ເດັກນ້ອຍ​ດື່ມ​ນ້ຳ​ຫລາຍ​ເກີນ​ໄປຈະ​ເຮັດໃຫ້​ລະ​ດັບ​ໂຊ​ດຽມ​ໃນ​ຮ່າງກາຍ​ເຈືອ​ຈາງຊຶ່ງ​ອາດ​ເຮັດໃຫ້​ເກີດ​ອາການ​ເກືອບສົ່ງ​ຜົນ​ກະທົບ​ຕໍ່​ສະຫມອງແລະ​ອາດ​ເຮັດໃຫ້​ເສັຍຊີວິດ​ໄດ້ນອກ​ຈາກ​ນີ້ລາຍ​ງານ​ຍັງ​ລະ​ບຸ​ວ່າ:ໂດຍ​ປົກກະຕິ​ເດັກ​ນ້ອຍຈະ​ໄດ້ຮັບ​ນ້ຳ​ໃນ​ປະລິມານ​ທີ່​ພຽງ​ພໍ​ຈາກ​ນົມ​ແມ່​ຫລື​ນົມ​ຜົງ​ຢູ່​ແລ້ວຖ້າ​​ແມ່​ຮູ້ສຶກ​ວ່າ​ຄວນ​ໃຫ້​ລູກ​ດື່ມ​ນ້ຳ​ເພີ່ມຄວນ​ຈຳ​ກັດ​ປະລິມານ​ໃຫ້​ບໍ່​ເກີນ2-3ອອນຕໍ່​ເທື່ອແລະ​ຄວນ​ໃຫ້​ເດັກ​ນ້ອຍດື່ມ​ສະເພາະ​ເວລາ​ທີ່​ເດັກ​ນ້ອຍກິນ​ນົມ​ແມ່​ຫລື​ນົມ​ຜົງ​ອີ່ມ​ແລ້ວ​ເທົ່າ​ນັ້ນ

ມີ​ໂຄງ​ການ​ຫລາຍ​ໂຄງ​ການເຊັ່ນ:WICຊຶ່ງ​ແຈກ​ນົມ​ຜົງ​ເດັກນ້ອຍ​ໃຫ້​ກັບ​ຄອບຄົວ​ທີ່​ຕ້ອງ​ການນັບ​ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ຢ່າງ​ຍິ່ງ​ທີ່​ຄອບຄົວ​ດັ່ງ​ກ່າວ​ຕ້ອງ​ສູນ​ເສຍ​ລູກ​ນ້ອຍ​ໄປ​ຈາກ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການເຮົາ​ຫວັງ​ວ່າ​ກໍລະນີ​ນີ້​ຈະ​ເປັນ​ອຸ​ທາ​ຫອນ​ໃຫ້​ກັບ​ຜູ້​ປົກຄອງ​ທ່ານ​ອື່ນໆໃຫ້​ລະ​ວັງບໍ່​ຄວນ​ໃຫ້​ເດັກນ້ອຍ​ດື່ມ​ນ້ຳ​ຫລາຍ​ເກີນ​ຈຳ​ເປັນ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...