spot_img
Homeຂ່າວທ້ອງຖິ່ນໃນໄລຍະ 9 ເດືອນລາວຂາດດຸນງົບປະມານ 3.228 ຕື້ກີບ

ໃນໄລຍະ 9 ເດືອນລາວຂາດດຸນງົບປະມານ 3.228 ຕື້ກີບ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ໄລຍະ 9 ເດືອນຕົ້ນປີ 2020 ກະຊວງການເງິນ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 13.563 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 15%. ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າ ປະຕິບັດໄດ້ 1.111 ຕື້ກີບ ເນື່ອງຈາກສະພາບການພາຍໃນ ແລະ ຕ່າງປະເທດບໍ່ເອື້ອອຳນວຍ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2020 ນີ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນຕົ້ນປີ 2020, ເຖິງວ່າ ລັດຖະບານ ໄດ້ມີຄວາມພະຍາຍາມສູງໃນການອອກມາດຕະການຊຸກຍູ້ຕ່າງໆກໍຕາມ ແຕ່ດ້ວຍສະພາບການພາຍໃນ ແລະ ຕ່າງປະເທດບໍ່ເອື້ອອຳນວຍ, ເຮັດໃຫ້ມີຄວາມຈຳເປັນຕ້ອງໄດ້ສະເໜີແຜນດັດແກ້ເບື້ອງຕົ້ນ ທັງດ້ານລາຍຮັບ, ລາຍຈ່າຍ ແລະ ດັດແກ້ການຂາດດຸນ ເພີ່ມຂຶ້ນຈາກ 3,77% ມາເປັນ 5,8% ຕໍ່ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ (ລາຍຮັບສູນກາງ ແລະ ທ້ອງຖິ່ນ), ໃນນັ້ນ ລາຍຮັບພາສີ ແລະ ສ່ວຍສາອາກອນ 11.917 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສວຍສາອາກອນ 1.619 ຕື້ກີບ ແລະ ການປະກອບສ່ວນຂອງສັງຄົມ 27 ຕື້ກີບ.

ສ່ວນດ້ານລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດລາຍຈາຍສ່ວນໃຫຍ່ ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ, ສ່ວນລາຍຈ່າຍບໍລິຫານ ແລະ ດັດສົມສົ່ງເສີມ ແມ່ນຍັງສືບຕໍ່ປະຕິບັດມາດຕະການຄຸ້ມຄອງລາຍຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດ ແນໃສ່ເພື່ອຮັບປະກັນສະພາບຄ່ອງໃນລະບົບງົບປະ ມານ ແລະ ໃນໄລຍະ 9 ເດືອນມີການຂາດດຸນງົບປະມານ 3.228 ຕື້ກີບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...