Homeຂ່າວພາຍ​ໃນໂຮງຮຽນ ວິທະຍາໄລ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນທົ່ວປະເທດເປີດກຽມເປີດສົກຮຽນໃໝ່ແລ້ວ

ໂຮງຮຽນ ວິທະຍາໄລ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນທົ່ວປະເທດເປີດກຽມເປີດສົກຮຽນໃໝ່ແລ້ວ

Published on

ໂຮງຮຽນ/ວິທະຍາໄລເຕັກນິກ ວິຊາຊີບທົ່ວປະເທດ ກຽມເປີດຮັບນັກສຶກສາໃໝ່ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ໂດຍມີສູນລວມຂໍ້ມູນໃນເພຈ ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ.

ເຟສບຸກເພຈດັ່ງກ່າວ ແມ່ນຢູ່ພາຍໃຕ້ການຊີ້ນໍາ-ຄຸ້ມຄອງ ໂດຍກົມອາຊີວະສຶກສາ ກະຊວງ ສຶກສາທິການ ແລະ ກີລາ ເຊິ່ງເປັນໜຶ່ງໃນຊ່ອງທາງໃນການສື່ສານຂອງແຄມເປນ ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ. ແຄມເປັນດັ່ງກ່າວເປັນແຄມເປນທີ່ແນໃສ່ການສົ່ງເສີ່ມຊຸກຍູ້ ການເຮັດວຽກ, ການຮຽນໃນລະດັບອາຊີວະສຶກສາ ແລະ ການຝຶກອົບຮົມ ທາງດ້ານການທ່ອງທ່ຽວ ແລະ ການໂຮງແຮມ ໃນທົ່ວປະເທດ. ການຮຽນໃນລະດັບອາຊີວະສຶກສານັ້ນລວມມີ ການຝຶກອົບຮົມໄລຍະສັ້ນ, ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ.

ໂຮງຮຽນ ແລະ ວິທະຍາໄລ ເຕັກນິກ-ວິຊາຊີບໃນທົ່ວປະເທດ ກຽມຮັບນັກຮຽນຊຸດໃໝ່ ແລະ ພ້ອມເປີດສົກຮຽນ 2020-2021 ຢ່າງເປັນທາງການແລ້ວ, ເຊິ່ງທ່ານສາມາດເບິ່ງຂໍ້ມູນກ່ຽວກັບການສະໝັກຮຽນ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງໄດ້ທີ່ເຟສບຸກເພຈດັ່ງກ່າວ. ນັກຮຽນຈະໄດ້ທັກສະ ແລະ ວີຊາຊີບແບບສະເພາະທາງໃນການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງຮຽນ ບໍ່ວ່າຈະເປັນທັກສະໃນການເປັນ ຜູ້ຊ່ວຍຄົວ, ພະນັກງານບໍລິການພາຍໃນໂຮງແຮມ, ບາຣ໌ເທັນເດີ້, ພະນັກງານຕ້ອນຮັບ ແລະ ການບໍລິການອາຫານ ແລະ ເຄື່ອງດື່ມ.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາໄດ້ກ່າວວ່າ: “ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ເປັນໜຶ່ງໃນເສົາຄໍ້າຫຼັກຂອງເສດຖະກິດຂອງລາວ. ເຖິງແມ່ນວ່າ ເຮົາຈະໄດ້ພົບກັບວິກິດການລະບາດຂອງພະຍາດໂຄວິດ 19 ໃນທົ່ວໂລດ ເຊິ່ງໄດ້ສ້າງຂີດຈໍາກັດ ແລະ ຄວາມທ້າທາຍອັນໃໝ່ໃຫ້ແກ່ຂະແໜງດັ່ງກ່າວໄລຍະໜຶ່ງ, ພວກຂ້າພະເຈົ້າເຊື່ອວ່າ ຫຼັງຈາກທີ່ເຮົາສາມາດຄວບຄຸມສະຖານະການໄດ້ແລ້ວ, ການທ່ອງທ່ຽວຈະກັບມາຄຶກຄັກຄືເກົ່າ  ແລະ ເມື່ອນັ້ນ ບັນດາໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆຈະຕ້ອງການບຸກຄະລາກອນໃນຂະແໜງເປັນຈໍານວນຫຼາຍ.”

ຄ່າຮຽນໃນຂະແໜງການດັ່ງກ່າວໃນໂຮງຮຽນ ແລະ ວິທະຍາໄລ ເຕັກນິກ-ວິຊາຊີບ ເລີ່ມຕົ້ນພຽງ 250.000 ກີບຕໍ່ປີ (ຄ່າຮຽນໃນແຕ່ລະໂຮງຮຽນ ແລະ ເງື່ອນໄຂຕ່າງໆອາດຈະແຕກຕ່າງກັນ). ແລະ ນອກຈາກນັ້ນທາງໂຮງຮຽນຍັງມີເບ້ຍລ້ຽງຈໍານວນ 200.000 ກີບ/ເດືອນ ໃຫ້ແກ່ນ້ອງນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ຍັງມີຫໍພັກສຳລັບນັກສຶກສາອີກດ້ວຍ.

ວັນທີປິດຮັບສະໝັກຂອງແຕ່ລະໂຮງຮຽນ/ວິທະຍາໄລນັ້ນແມ່ນແຕກຕ່າງກັນ, ແຕ່ໂດຍສ່ວນໃຫຍ່ແມ່ນປິດຮັບສະໝັກໃນທ້າຍເດືອນກັນຍາ 2020 ນີ້.ແຄມເປນນີ້ໄດ້ຮັບການສະໜັບໜູນທາງດ້ານງົບປະມານຈາກໂຄງການທັກສະເພື່ອການທ່ອງທ່ຽວ ລາວ/029 ເຊິ່ງໄດ້ຮັບການຊຸກຍູ້ຈາກລັດຖະບານແຫ່ງ ສປປ ລາວ, ລັດຖະບານແຫ່ງ ລຸກຊໍາບວກ ແລະ ລັດຖະບານແຫ່ງ ສະວິດເຊີແລນ, ຈັດຕັ້ງປະຕິບັດໂດຍ ກະຊວງສືກສາທິການ ແລະ ກີລາ ແລະ ອົງການ LuxDev ອົງການຮ່ວມມືທາງດ້ານການພັດທະນາຂອງປະເທດລຸກຊໍາບວກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...