spot_img
HomePicpostໂຮງຮຽນວິຈິດສິນຈັດງານນິທັດສະການວາງສະແດງຮູບແຕ້ມ

ໂຮງຮຽນວິຈິດສິນຈັດງານນິທັດສະການວາງສະແດງຮູບແຕ້ມ

Published on

ໂຮງຮຽນວິຈິດສິນຊັ້ນກາງ ແຂວງຈຳປາສັກ ຈັດງານນິທັດສະການວາງສະແດງຮູບແຕ້ມທີ່ສູນການຄ້າແຟຣນຊິບມໍ ເມືອງປາກເຊ ແນໃສ່ເພື່ອສົ່ງເສີມສີລະປະພາບແຕ້ມຈາກການປະດິດຄິດແຕ່ງສີໄມ້ລາຍມືທີ່ສະທ້ອນໃຫ້ເຫັນເຖິງວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ເປັນຜົນງານມາຈາກບັນດາເຫຼົ່າຄູເມືອາຈານ ແລະ ນັກສຶກສາຂອງສະຖາບັນດັ່ງກ່າວ ໄດ້ອອກສູ່ສາຍຕາສັງຄົມໃຫ້ກວ້າງຂວາງຫຼາຍຂຶ້ນກວ່າເກົ່າ.

ທ່ານ ໄກສອນ ອະລຸນຍະເສນ ອຳນວຍການ ໂຮງຮຽນວິຈິດສິນຊັ້ນກາງແຂວງຈຳປາສັກ ເຊິ່ງຂຶ້ນກັບພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ຮູ້ວ່າ: ການຈັດງານນິທັດສະການວາງສະແດງຮູບພາບຄັ້ງນີ້ມີຮູບແຕ້ມຂະໜາດນ້ອຍໃຫຍ່ຫຼາຍປະເພດຈຳນວນ 50 ແຜ່ນມາວາງສະແດງ ເນື່ອງໃນໂອກາດການຈັດງານວາງສະແດງສິນຄ້າຂອງສູນການຄ້າແຟຣນຊິບມໍ. ຈຸດປະສົງກໍ່ເພື່ອໂຄສະນາປະຊາສຳພັນໃຫ້ແກ່ສັງຄົມຮັບຮູ້,ໃຫ້ຄວາມສົນໃຈແກ່ຜະລິດຕະພັນທີ່ເປັນສີລະປະຮູບແຕ້ມຂອງໂຮງຮຽນພວກເຮົາ.

ຖ້າຫາກວ່າທ່ານໃດສົນໃຈກໍ່ສາມາດເຂົ້າເບິ່ງເຂົ້າຊົມ ແລະ ເລືອກຊື້ໄດ້ທີ່ສູນການຄ້າແຟຣນຊິບມໍຊັ້ນ3 ຕັ້ງຢູ່ຫຼັກກິໂລແມັດ2 ເມືອງປາກເຊ ແຂວງຈຳປາສັກ ສ່ວນລາຄາເລີ່ມຕົ້ນທີ່ 200.000-800.000 ກີບ ຈັດວາງສະແດງເລີ່ມແຕ່ເວລາ 9:00ໂມງເຊົ້າ – 19:00ໂມງແລງ ແຕ່ວັນທີ 1-30 ພະຈິກ 2016. ພ້ອມນີ້ໃນທຸກໆວັນພະຫັດ ແລະ ວັນສຸກ ທາງຄູອາຈານຍັງໄດ້ຈັດສົ່ງນັກສຶກສາມາທົດສອບສີມືການແຕ້ມຕົວຈິງກັບທີ່ ເພື່ອໃຫ້ຜູ້ເຂົ້າເບິ່ງເຂົ້າຊົມສາມາດຮຽນຮູ້ ແລະ ສຳຜັດກັບບັນຍາກາດການແຕ້ມໃຫ້ເຫັນຕົວຈິງກັບທີ່ອີກດ້ວຍ

ທ່ານ ໄກສອນ ອະລຸນຍະເສນ ກ່າວຝາກຕອນທ້າຍຕື່ມອີກວ່າ: ເພື່ອອະນຸລັກຮັກສາສີລະການແຕ້ມ,ການປັ້ນ,ການຄວັດແກະສະຫຼັກໄດ້ຍືນຍົງນັ້ນ ແມ່ນຢາກຂໍຮຽກຮ້ອງມາຍັງການນຳ ແລະ ທຸກພາກສ່ວນສັງຄົມ ຈົ່ງໃຫ້ການອຸປະຖຳຄ້ຳຊູ,ຊ່ວຍສະໜັບສະໜູນໂຄສະນາສົ່ງເສີມສີໄມ້ລາຍມືສີລະປະທີ່ເປັນເອກະລັກຂອງຄົນລາວເຮົາ ເພື່ອສ້າງໃຫ້ຜະລິດຕະພັນດັ່ງກ່າວກາຍເປັນສິນຄ້າ ແລະ ຫາລ້ຽງຊີບໄດ້ ທັງເປັນການອະນຸລັກປົກປັກຮັກສາສີລະປະດ້ານວິຈິດຕະກຳລາວບໍ່ໃຫ້ສູນຫາຍຫຼືສິລະປະຊາດອື່ນເຂົ້າແຊກແຊງ.

ນອກຈາກວາງສະແດງຮູບແຕ້ມທີ່ສູນການຄ້າແຟຣນຊິບມໍແລ້ວ ທາງໂຮງຮຽນພວກເຮົາຍັງມີຜະລິດຕະພັນຮູບປັ້ນ,ຄວັດ,ແກະສະຫຼັກປະເພດຕ່າງໆທີ່ເໝາະສົມໃຫ້ແກ່ການຊື້ເປັນຂອງຕ້ອນຂອງຝາກໃຫ້ແກ່ບຸກຄົນຫຼືການຈັດຕັ້ງເນື່ອງໃນໂອກາດສຳຄັນຕ່າງໆເຊັ່ນ:ຂອງຂວັນປີໃໝ່,ງານຂຶ້ນເຮືອນໃໝ່ ຫຼື ມອບເປັນຂອງທີ່ລະນຶກລະຫວ່າງການພົບປະຢ້ຽມຢາມຂອງຄະນະຜູ້ແທນພາຍໃນຫຼືຕ່າງປະເທດກໍ່ໄດ້ ເຊິ່ງເໝາະສົມໃຫ້ແກ່ການຕົກແຕ່ງພາຍໃນຕາໂຮງແຮມ,ເຮືອນພັກ,ຮ້ານອາຫານ,ຕົກແຕ່ງພາຍໃນເຮືອນໃຫ້ມີຄວາມສວຍງາມ. ພິເສດທາງໂຮງຮຽນພວກເຮົາຍັງສາມາດຄວັດ,ແຕ້ມ,ແກະສະຫຼັກຕາມຄວາມຕ້ອງການຂອງລູກຄ້າໄດ້.

ຖ້າທ່ານໃດສົນໃຈກໍ່ສາມາດໂທໄປພົວພັນໄດ້ທີ່ໝາຍເລກໂທລະສັບ: 020 22001590.

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...