spot_img
Homeນານາສາລະໂຄວິດ-19 ຮ້າຍແຮງກວ່າໄຂ້ຫວັດທຳມະດາແນວໃດ?

ໂຄວິດ-19 ຮ້າຍແຮງກວ່າໄຂ້ຫວັດທຳມະດາແນວໃດ?

Published on

ການຕິດໄວຣັສໂຄວິດ-19 ອາດມີອາການຄ້າຍຄືໄຂ້ຫວັດ ແຕ່ມັນກໍ່ຮຸນແຮງກວ່າໄຂ້ຫວັດທົ່ວໄປ ເບິ່ງໄດ້ຈາກຍອດກໍລະນີຜູ້ເສຍຊີວິດທົ່ວໂລກທີ່ເພີ່ມສູງຂຶ້ນເລື່ອຍໆ ພ້ອມກັນນີ້ກໍ່ຍັງບໍ່ມີວັກຊີນປ້ອງກັນໄວຣັສສາຍພັນໃໝ່ນີ້ ຄືກັບພະຍາດອື່ນໆທີ່ມີມາດົນ.

ສຳນັກຂ່າວ Vox ໄດ້ຄົ້ນຄວ້າຂໍ້ມູນເຖິງການແຜ່ລະບາດຂອງໂຄວິດ-19 ແລະ ສະຫຼຸບໃຫ້ເຂົ້າໃຈຜ່ານວີດິໂອ. ໃນວີດິໂອໄດ້ອະທິບາຍເຖິງຈຳນວນຄົນທີ່ສາມາດແຜ່ເຊື້ອແລະຕິດໄວຣັສໄດ້, ນັກວິທະຍາສາດໄດ້ໃຊ້ຫົວໜ່ວຍ Basic Reproductive Number (R0) ເພື່ອລະບຸຈຳນວນຄົນໂດຍປະມານ ທີ່ພະຍາດໜຶ່ງສາມາດແຜ່ລະບາດໄດ້ ເຊິ່ງຈຳນວນ R0 ສຳຫຼັບໄຂ້ຫວັດທຳມະດາແມ່ນສະເລ່ຍມີ 1.3 ຄົນ, ສ່ວນໄວຣັສໂຄວິດນັ້ນມີ R0 ສະເລ່ຍ 2 – 2.3 ຄົນ. ສະຫຼຸບໄດ້ວ່າໃນໜຶ່ງຮອບ ຄົນໜຶ່ງສາມາດແຜ່ເຊື້ອຫວັດທຳມະດາໄດ້ 1-2 ຄົນ ໃນລະຫວ່າງໂຄວິດແມ່ນສາມາດແຜ່ເຊື້ອໄດ້ເຖິງ 2 ຄົນ, ພາຍໃນ 10 ຮອບ ໄຂ້ວັດທຳມະດາສາມາດແຜ່ເຊື້ອໄປໄດ້ 56 ຄົນ ແຕ່ກັບໂຄວິດ-19 ແມ່ນສາມາດແຜ່ເຊື້ອໄດ້ຫຼາຍກວ່າ 2,000 ຄົນ.

ຈຳນວນ R0 ສຳຫຼັບໄຂ້ຫວັດທຳມະດາແມ່ນສະເລ່ຍມີ 1.3 ຄົນ, ສ່ວນໄວຣັສໂຄວິດນັ້ນມີ R0 ສະເລ່ຍ 2 – 2.3 ຄົນ
ພາຍໃນ 10 ຮອບ ໄຂ້ວັດທຳມະດາສາມາດແຜ່ເຊື້ອໄປໄດ້ 56 ຄົນ ແຕ່ກັບໂຄວິດ-19 ແມ່ນສາມາດແຜ່ເຊື້ອໄດ້ຫຼາຍກວ່າ 2,000 ຄົນ

ໄລຍະການຝັກຕົວຂອງພະຍາດທັ້ງສອງນີ້ກໍ່ແຕກຕ່າງກັນ, ສຳຫຼັບໄຂ້ຫວັດ ຫຼັງຈາກທີ່ຕິດເຊື້ອມາແລ້ວ ແມ່ນຈະມີອາການພາຍໃນ 1-4 ມື້ ແລະຮູ້ໄດ້ທັນທີ່ວ່າສາມາດແຜ່ເຊື້ອໄດ້, ແຕ່ໂຄວິດ-19 ປົກກະຕິໃຊ້ເວລາ 5 ມື້ ກວ່າຈະມີອາການ ບາງເທື່ອກໍ່ຮອດ 12 – 14 ມື້ ເຊິ່ງເປັນໄລຍະເວລາທີ່ຄາດເດົາບໍ່ໄດ້ເລີຍວ່າຕິດເຊື້ອຫຼືຍັງ ຖ້າບໍ່ໄປກວດ, ແຕ່ໄລຍະ 14 ມື້ນັ້ນ ຄົນທີ່ຕິດເຊື້ອສາມາດແຜ່ເຊື້ອໃຫ້ຄົນອື່ນໆໄດ້ ໂດຍທີ່ຕົວເອງບໍ່ຮູ້ໂຕ, ນີ້ແມ່ນສາເຫດຫຼັກທີ່ການກັກໂຕເພື່ອເບິ່ງອາການກຳໜົດໄວ້ທີ່ 14 ມື້.

ສຳຫຼັບໄຂ້ຫວັດ ຫຼັງຈາກທີ່ຕິດເຊື້ອມາແລ້ວ ແມ່ນຈະມີອາການພາຍໃນ 1-4 ມື້ ແລະຮູ້ໄດ້ທັນທີ່ວ່າສາມາດແຜ່ເຊື້ອໄດ້, ແຕ່ໂຄວິດ-19 ປົກກະຕິໃຊ້ເວລາ 5 ມື້ກວ່າຈະມີອາການ ບາງເທື່ອກໍ່ຮອດ 12 – 14 ມື້

ໃນສ່ວນຂອງວັກຊີນປ້ອງກັນພະຍາດ ສຳຫຼັບໄຂ້ຫວັດແມ່ນມີວັກຊີນ ເຊິ່ງຜູ້ທີ່ໄດ້ຮັບວັກຊີນກໍ່ຈະມີພູມຄຸ້ມກັນຈາກພະຍາດໄຂ້ຫວັດ ເຮັດໃຫ້ພະຍາດມັນແຜ່ລະບາດຕໍ່ຄົນສູ່ຄົນຍາກຂຶ້ນ. ແຕ່ກັບໂຄວິດ-19 ແມ່ນຍັງບໍ່ມີວັກຊີນ ແລະຮ່າງກາຍຄົນເຮົາບໍ່ມີພູມຄຸມກັນຈາກເຊື້ອພະຍາດສາຍພັນໃໝ່ນີ້ ເຮັດໃຫ້ການແຜ່ລະບາດນັ້ນຮ້າຍແຮງກວ່າໄຂ້ຫວັດທົ່ວໄປ ໃຜໆກໍ່ສາມາດຕິດເຊື້ອໄດ້.

ຈາກສະຖິຕິທີ່ເກັບກຳໂດຍ CDC ອັດຕາໂອກາດທີ່ຄົນທີ່ຕິດເຊື້ອໄຂ້ຫວັດຈະຖືກສົ່ງໄປຮັກສາທີ່ໂຮງໝໍແມ່ນມີແຄ່ 2%, ໃນລະຫວ່າງທີ່ຜູ້ຕິດເຊື້ອໂຄວິດ-19 ແມ່ນມີປະມານ 20-30%. ໃນສ່ວນຂອງອັດຕາການເສຍຊີວິດຈາກໄຂ້ຫວັດທຳມະດາແມ່ນມີແຄ່ 0.1%, ສ່ວນໂຄວິດ-19  ເຖິງວ່າອັດຕາການເສຍຊີວິດຈະຍັງມີການປ່ຽນແປງ ແຕ່ນັກວິທະຍາສາດກໍ່ໄດ້ກະໄວ້ 1-3%.

ຕອນນີ້ພະຍາດໄວຣັສໂຄວິດ-19 ບໍ່ມີວິທີປິ່ນປົວໂດຍກົງ ແລະ ຍັງບໍ່ມີວັກຊີນ, ວິທີການປ້ອງກັນການຕິດເຊື້ອແມ່ນມີທາງດຽວແມ່ນການເວັ້ນໄລຍະຫ່າງຈາກຄົນແລະລະເວັ້ນຈະການອອກໄປນອກບ້ານ ເຊິ່ງມັນຈະມີປະສິດຕິພາບຖ້າທຸກຄົນຮ່ວມມືກັນ.

ເບິ່ງວີດີໂດດັ່ງກ່າວໄດ້ທີ່ນີ້: http://www.youtube.com/watch?v=FVIGhz3uwuQ

ຮຽບຮຽງໂດຍ: ວະນິດາ

 

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...