spot_img
Homeຂ່າວການພັດທະນາໂຄງການທາງລົດໄຟລາວ-ຫວຽດນາມ ຄາດວ່າຈະເປີດໃຫ້ບໍລິການ ໃນປີ 2028

ໂຄງການທາງລົດໄຟລາວ-ຫວຽດນາມ ຄາດວ່າຈະເປີດໃຫ້ບໍລິການ ໃນປີ 2028

Published on

ໂຄງການເສັ້ນທາງລົດໄຟ ລາວ – ຫວຽດນາມ ໄລຍະທີ 1 ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ຊາຍແດນລາວ – ຫວຽດນາມ ໄລຍະທາງປະມານ 150 ກິໂລແມັດ ຄາດຄະເນມູນຄ່າການລົງທຶນ ປະມານ 2 ຕື້ໂດລາສະຫະລັດ ຈະສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໄດ້ ໃນປີ 2028.

ບໍລິສັດ ປີໂຕຣລ້ຽ ມເທຣດດິ້ງ ລາວ ມະຫາຊົນ ເຊັນສັນຍາການສໍາຫຼວດ ແລະ ອອກແບບລະອຽດ ໂຄງການກໍ່ສ້າງທາງລົດໄຟ ລາວ – ຫວຽດນາມ ເມື່ອວັນທີ 31 ສິງຫາ ວ່າ ໂຄງການເສັ້ນທາງລົດໄຟ ລາວ – ຫວຽດນາມ ໂດຍສະເພາະໃນໄລຍະທີ I ກໍຄືຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ຊາຍແດນ ລາວ – ຫວຽດນາມ ມີໄລຍະທາງ ປະມານ 150 ກິໂລແມັດ ເຊິ່ງຜ່ານມາກໍສໍາເລັດ ແລະ ໄດ້ການຢັ້ງຢືນຮັບຮອງບົດສຶກສາຄວາມເປັນໄປໄດ້ທາງດ້ານ ເສດຖະກິດ – ເຕັກນິກ ແລະ ບົດສຶກສາສິ່ງແວດລ້ອມ; ປັດຈຸບັນແມ່ນພວມຢູ່ໃນຂັ້ນຕອນການເຊັນສັນຍາສໍາປະທານ ແລະ ການສຶກສາອອກ ແບບລະອຽດ.

ໃນຂັ້ນຕອນການສຶກສາສໍາຫຼວດອອກແບບລະອຽດນີ້ ບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ໄດ້ເຊັນສັນຍາຮ່ວມມືກັບກຸ່ມບໍລິສັດທີ່ ປຶກສາຊັ້ນນໍາຈາກ ສ.ເກົາຫຼີ ກໍຄື ບໍລິສັດ ຢູຊິນ ເອັນຈິເນຍລິ້ງ (Yooshin Engineering Corporation) ສົມທົບຮ່ວມມື ວິສາຫະກິດ ລົດໄຟ ສ.ເກົາຫຼີ (Korea National Railway). ສຳລັບໂຄງການ ແມ່ນຈະນໍາໃຊ້ມູນຄ່າການລົງທຶນທັງໝົດ ປະມານ 2 ຕື້ໂດລາສະຫະລັດ ແລະ ສາມາດສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໄດ້ໃນປີ 2028.

ໂຄງການພັດທະນາເສັ້ນທາງລົດໄຟ ລາວ – ຫວຽດນາມ ຄາດຄະເນມູນຄ່າການລົງທຶນ 5 ຕື້ໂດລາສະຫະລັດ ໂຄງການມີໄລຍະທາງທັງໝົດໃນ ສປປ ລາວ 452 ກິໂລແມັດ, ແບ່ງອອກເປັນ 2 ເສັ້ນທາງ ຄື:

  1. ເສັ້ນທີ 1 ຈາກເມືອງທ່າແຂກ ຫາ ຊາຍແດນລາວ – ຫວຽດນາມ ມີຄວາມຍາວ 139,19 ກິໂລແມັດ.
  2. ເສັ້ນທີ 2 ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄໍາມ່ວນ ຄວາມຍາວ 312,81 ກິໂລແມັດ.

ສຳລັບເສັ້ນທາງຂອງ ໂຄງການໃນຝາກ ສສ ຫວຽດນາມ ຍາວປະມານ 119 ກິໂລແມັດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...