Homeຂ່າວຕ່າງປະເທດແອມໂມເນຍໄນເຕຣດ! ທຳລາຍເມືອງຫຼວງເລບານອນໃນພິບຕາ

ແອມໂມເນຍໄນເຕຣດ! ທຳລາຍເມືອງຫຼວງເລບານອນໃນພິບຕາ

Published on

ເຫດການລະເບີດຊັອກໂລກ ທີ່ປະເທດເລບານອນ ເມື່ອວັນທີ 4 ສິງຫາ ທີ່ຜ່ານມາ ເຊິ່ງມີສາເຫດມາຈາກ ແອມໂມເນຍໄນເຕຣດ ໃນປະລິມານ 2,750 ໂຕນ ທີ່ຖືກເກັບມ້ຽນຢ່າງບໍ່ເໝາະສົມໃນສາງສິນຄ້າທີ່ທ່າເຮືອເປັນເວລາກວ່າ 6 ປີ ໄດ້ທຳລາຍເມືອງຫຼວງຂອງເລບານອນເປັນວົງກວ້າງໃນລັດສະໝີ 10 ກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດ 100 ຄົນ ແລະ ບາດເຈັບກວ່າ 4,000ຄົນ.

ເຫດການລະເບີດທີ່ເກີດຂຶ້ນໃນເລບານອນ ບໍ່ແມ່ນການລະເບີດຄັ້ງທຳອິດ ເມື່ອຍ້ອນກັບໄປໃນປີ 1947 ທີ່ເທັກຊັດຊີຕີ້ ກໍ່ເກີດເຫດການລະເບີດຮຸນແຮງທີ່ມີສາເຫດມາຈາກ ແອມໂມເນຍໄນເຕຣດ 2,300 ໂຕນ ເຮັດໃຫ້ມີຜູ້ເສຍຊີວິດ 500 ຄົນ.

ນອກຈາກນີ້, ຍັງມີເຫດການທີ່ເກີດຂຶ້ນຄ້າຍໆກັນອີກຫຼາຍປະເທດ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍໂດຍມີສາເຫດຫຼັກແມ່ນມາຈາກ ແອມໂມເນຍ ໄນເຕຣດ ທີ່ເກີດການປົນເປື້ອນຈົນເກີດປະຕິກິລິຍາສ້າງແຮງລະເບີດ.

ການລະເບີດຂອງແອມໂມເນຍໄນເຕຣດ ໃນເລບານອນ ຍັງເປັນຂໍ້ສົງໃສ ແລະ ຫາຄຳຕອບກັນຢູ່ວ່າແອມໂມເນຍໄນເຕຣດ ທີ່ຖືກເກັບໄວ້ນັ້ນໄດ້ເຮັດປະຕິກິລິຍາກັບສິ່ງໃດຈຶ່ງໄດ້ເກີດລະເບີດຮຸນແຮງຂະໜາດນີ້.

ແອມໂມເນຍເປັນສານເຄມີທີ່ມີປະໂຫຍດຫຼາຍຢ່າງທັງໃນພາກຂອງການກະເສດ ແລະ ພາກອຸດສາຫະກຳ ໃນສ່ວນຂອງພາກການກະເສດ ແອມໂມເນຍສ່ວນໃຫຍ່ປະມານ 85% ຖືກນຳໄປໃຊ້ຜະລິດປຸ໋ຍ ໂດຍສະເພາະໃຊ້ຜະລິດປຸ໋ຍແອມມເນຍໄນເຕຣດ (ammonium nitrate) ແລະ ປຸ໋ຍຢູເຣຍ (urea).

ແອມໂມເນຍໄນເຕຣດຄື: ເປັນສ່ວນປະກອບທາງເຄມີ ມີຮູບຮ່າງເປັນເມັດແຂງສີຂາວ ເຊິ່ງເປັນການປະສົມກັນລະຫວ່າງກົດໂນຕຣິກ ແລະ ແອັມໂມເນຍແກ໊ສ ກ່ອນຜ່ານຂະບວນການເຮັດໃຫ້ແຫ້ງກາຍເປັນເມັດສີຂາວ ຍ້ອນສານຊະນິດມີ ໄນໂຕຣເຈນສູງ ທີ່ເປັນສານອາຫານສຳຄັນຂອງພືດ ຈຶ່ງຖືກນຳໄປໃຊ້ໃນອຸດສາຫະກຳການຜະລິດປຸ໋ຍ, ແຕ່ໃນອີກດ້ານໜຶ່ງກໍ່ເປັນສ່ວນສຳຄັນໃນການນຳໄປເຮັດລະເບີດທີ່ອັນຕະລາຍໄດ້ຄືກັນເມື່ອນຳສານດັ່ງກ່າວໄປປະສົມກັບເຊື້ອເພີງ ຫຼື ກົດກຳມະທັນ (ອາຊິດຊູນຟູຣິກ) ຈະເຮັດໃຫ້ເກີດລະເບີດແຮງດັນ. ເຊິ່ງໃນປັດຈຸບັນ, ການເຮັດລະເບີດຈາກປຸ໋ຍ ແອມໂມເນຍ ໄນເຕຣດ ຖືກນຳມາໃຊ້ໃນປະລິມານທີ່ພໍດີກັບການເຮັດເໝືອງຖ່ານຫີນ ແຕ່ໃນອີກກໍລະນີໜຶ່ງດ້ວຍຄຸນສົມບັດທີ່ໃຊ້ງ່າຍ ແລະ ລາຄາຖືກ ຫາຊື້ໄດ້ທົ່ວໄປໃນອຸດສາຫະກຳການເຮັດປຸ໋ຍ ສານເຄມີຊະນິດນີ້ຈຶ່ງນຳໄປໃຊ້ເຮັດອາວຸດເພື່ອກໍ່ການຮ້າຍທີ່ມີຊື່ຮຽກກັນວ່າ ລະເບີດປຸ່ຍ (fertilizer bomb).

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...