spot_img
Homeຂ່າວພາຍ​ໃນແມ່ມານຊາວລາວ ຖືກຂ້າຂົ່ມຂືນ ແລະ ໂຍນລູກສາວ 5 ປີລົງນ້ຳເສຍຊີວິດ ຢູ່ຈັງຫວັດໄຊຍະພູມ ປະເທດໄທ

ແມ່ມານຊາວລາວ ຖືກຂ້າຂົ່ມຂືນ ແລະ ໂຍນລູກສາວ 5 ປີລົງນ້ຳເສຍຊີວິດ ຢູ່ຈັງຫວັດໄຊຍະພູມ ປະເທດໄທ

Published on

 

PUvnfbLrOfE

 

ຂໍ້ມູນຈາກລາຍການເລື່ອງເລົ່າເຊົ້ານີ້ ທາງໂທລະພາບຊ່ອງ 3 ຂອງໄທ ໄດ້ລາຍງານວ່າ ມີຜູ້ພົບເຫັນສົບ

ຜູ້ຍິງຊາວຕ່າງດ້າວຊາວລາວ ຖືພາ 2 ເດືອນ ນອນເສຍຊີວິດຢູ່ພາຍໃນເຮືອນກາງສວນມັນດ້າງ ທີ່ຈັງ

ຫວັດໄຊຍະພູມ ໂດຍສະພາບສົບຖືກເຊືອກຮັດຄໍ, ມີຮອ່ງຮອຍຟົກຟ້ຳຕາມແຂນຂາ, ອະໄວຍະວະເພດ

ສີກຂາດ ມີຮ່ອງຮອຍການຖືກລະເມີດທາງເພດ, ເຂົ້າຂອງໃນເຮືອນກະຈັດກະຈາຍ ຄ້າຍຄືມີການຕໍ່ສູ້

ເກີດຂຶ້ນ ແລະ ພົບເກີບຂອງເດັກນ້ອຍຕົກຢູ່ພາຍໃນເຮືອນອີກດ້ວຍ.

 

ດ້ານແມ່ຍ່າຂອງຜູ້ເສຍຊີວິດເປີດເຜີຍວ່າ ເມື່ອເວລາປະມານ 09:30 ຂອງມື້ເກີດເຫດ ຕົນເອງໄດ້ເຂົ້າ

ມາເຄາະປະຕູເອີ້ນຫາຜູ້ກ່ຽວ ແຕ່ບໍ່ມີການຕອບຮັບ ຈິ່ງຫັນຫຼັງກັບຄືນ ກ່ອນທີ່ຈະໄດ້ຍິນສຽງຄືກັບມີ

ຄົນເປີດປະຕູ ແລະ ແລ່ນໜີອອກໄປ ຕົນເອງຈິ່ງໄປຕາມຫາຜົວຂອງຜູ້ກ່ຽວ ມາຊ່ວຍເປີດປະຕູເພາະ

ຄິດວ່າລູກໄພ້ນອກໃຈລູກຊາຍຂອງຕົນ ແຕ່ກໍໄດ້ພົບວ່າລູກໄພ້ນອນເສຍຊີວິດແລ້ວຢູ່ພາຍໃນເຮືອນ

ຂະນະທີ່ຫຼານສາວ ອາຍຸ 5 ປີ ກໍຫາຍຕົວໄປຈາກບ້ານເຊັ່ນກັນ, ເຈົ້າໜ້າທີ່ຕຳຫຼວດເຊື່ອວ່າຄາດຕະກອນ

ທີ່ລົງມື ແລະ ນຳເອົາຕົວເດັກໄປ ໜ້າຈະແມ່ນຫຼານຊາຍຂອງຜົວຜູ້ເສຍຊີວິດ ເນື່ອງຈາກກ່ອນໜ້ານີ້

ມີຄົນເຫັນຜູ້ຕ້ອງສົງໄສດັ່ງກ່າວ ຂີ່ລົດຈັກມາຈອດຢູ່ທ້າຍໝູ່ບ້ານ ພ້ອມທັງໄດ້ຫອບຫໍ່ຜ້າທີ່ມີນ້ຳໜັກ

ແລ່ນໄປຫາຝາຍກັ້ນນຳ້ ແລ້ວຫາຍໂຕໄປ.

 

ຢ່າງໃດກໍຕາມ ເຈົ້າໜ້າທີ່ບໍ່ໄດ້ອອກປະກາດຕາມຫາເດັກໃນທັນທີ ເນື່ອງຈາກຢ້ານວ່າຜູ້ຕ້ອງສົງໄສ

ຈະຮູ້ຕົວ ແລ້ວທຳຮ້າຍເດັກ ຈົນຕໍ່ມາເມື່ອຜົວຂອງຜູ້ເສຍຊີວິດ ເຊິ່ງໄປເຮັດວຽກຢູ່ຕ່າງຈັງຫວັດໄດ້

ກັບມາເຖິງບ້ານ ແລະປະສານກັບໜ່ວຍກູ້ໄພ ເພື່ອອອກຕາມຫາລູກສາວ ຕາມລຳນ້ຳຕະຫຼອດທັງ

ຄືນ ແຕ່ກໍບໍ່ພົບ ຈົນກ່ວາຮອດເວລາ 15:30 ນາທີ ຂອງວານນີ້ (16 ກໍລະກົດ) ຈິ່ງພົບຮ່າງຂອງລູກ

ສາວຈົມຢູ່ພື້ນນ້ຳ ເຊິ່ງສັນນິຖານວ່າ ເດັກອາດຈະຖືກຄາດຕະກຳຕັ້ງແຕ່ມື້ເກີດເຫດແລ້ວ ໃນຂະນະ

ທີ່ເຈົ້າໜ້າທີ່ຕຳຫຼວດຂອງໄທ ຍັງຄົງດຳເນີນການຕາມລ່າຫາໂຕຄົນຮ້າຍລາຍນີ້ ເພື່ອມາດຳເນີນຄະ

ດີຕາມກົດໝາຍຕໍ່ໄປ.

 

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...