ແພດຍັງບໍ່ເວັ້ນ! ໝໍໄນຈີເຣຍ ຕິດເຊື້ອອີໂບລາ ຫວັ່ນການແຜ່ລະບາດອາດເພີ່ມຂຶ້ນອີກ!

 

ແພດຊາວໄນຈີເຣຍ ຕິດເຊື້ອອີໂບລາ ລາຍທີ 2 ຂອງປະເທດ ໃນຂະນະທີ່ຍອດຜູ້ເສຍຊີວິດຈາກໄວຣັສຮ້າຍອີໂບລາ

ຂຶ້ນສູງເຖິງ 887 ຄົນແລ້ວ.

 

ເມື່ອວັນທີ 4 ສິງຫາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ໄນຈີເຣຍ ພົບຜູ້ຕິດເຊື້ອອີໂບລາ ລາຍ

ທີ 2 ຂອງປະເທດແລ້ວ ໂດຍເປັນໝໍທີ່ທຳການປິ່ນປົວ ທ່ານໝໍ ທຣິກ ຊໍເຢີ ເຊິ່ງເປັນແພດຊາວອາເມຣິກັນເຊື້ອ

ສາຍໄລບີເຣຍ ທີ່ຕິດເຊື້ອໄວຣັສມໍລະນະດັ່ງກ່າວ ກ່ອນຈະເສຍຊີວິດລົງໃນວັນທີ 25 ກໍລະກົດທີ່ຜ່ານມາ.

 

ໂດຍທ່ານ ອອນເຢບູຊິ ຊຸກວູ ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງໄນຈີເຣຍ ກ່າວວ່າ ຜົນຂອງການ

ກວດການຕິດເຊື້ອຂອງທ່ານໝໍລາຍນີ້ ໄດ້ເປັນຜົນບວກ ແລະ ມີຄົນອີກຢ່າງໜ້ອຍ 70 ຄົນ ທີ່ເຊື່ອວ່າຕິດຕໍ່ກັບ

ທ່ານໝໍຜູ້ນີ້ ກຳລັງຖືກຕິດຕາມສັງເກດອາການ ໂດຍມີ 8 ຄົນ ຖືກແຍກໄວ້ໃນເຂດກັກກັນໂລກ ແລະ ອີກ 3 ຄົນ

ໃນຈຳນວນນີ້ ເລີ່ມສະແດງອາການປ່ວຍແລ້ວ ແຕ່ຍັງບໍ່ມີການຢືນຢັນວ່າຕິດເຊື້ອແທ້ ຫຼື ບໍ່ ໂດຍຜົນກວດຈະ

ອອກມາໃນໄວໆນີ້.

 

ທັງນີ້ ໄວຣັສອີໂບລາກຳລັງລະບາດຢ່າງຮຸນແຮງໃນປະເທດກີນີ, ໄລບີເຣຍ ແລະ ເຊຍຣາ ລີອົງ ໂດຍລ່າສຸດອົງການ

ອານາໄມໂລກ ອອກມາຖະແຫຼງຕົວເລກຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາທົ່ວໂລກ ໃນຄັ້ງລ່າສຸດແມ່ນມີຈຳ

ນວນທັງໝົດ 887 ຄົນ ສ່ວນຈຳນວນຜູ້ຕິດເຊື້ອໃນ 4 ປະເທດທາງຕາເວັນຕົກຂອງອາຟຣິກາ ທີ່ມີການແຜ່ລະ

ບາດຮຸນແຮງ ແມ່ນຢູ່ທີ່ 1,603 ຄົນ.

 

ຢ່າງໃດກໍຕາມ ການພົບຜູ້ປ່ວຍລາຍທີ 2 ໃນໄນຈີເຣຍ ໄດ້ເຮັດໃຫ້ເກີດກະແສຄວາມວິຕົກກັງວົນໃນເລື່ອງຂອງ

ການຄວບຄຸມໂລກໃນປະເທດແຫ່ງນີ້ ແລະ ໄດ້ເຮັດໃຫ້ເກີດມີຄວາມຢ້ານກົວວ່າ ຈະມີຜູ້ປ່ວຍເພີ່ມຂຶ້ນອີກ ເນື່ອງ

ຈາກໂລກໄຂ້ເລືອດອອກອີໂບລາ ໃຊ້ເວລາ 2 – 21 ວັນ ຈິ່ງຈະສະແດງອາການຂອງການຕິດເຊື້ອອອກມາ.