spot_img
Homeຂ່າວຕ່າງປະເທດແຜ່ນ​ດິນ​ໄຫວ​ອີກ! ຕອນ​ເຊົ້າ​ມື້​ນີ້ ທີ່​ປະ​ເທດ​ຍີ່​ປຸ່ນ ຂະ​ໜາດ 6.8 ບໍ່​ມີ​ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ!

ແຜ່ນ​ດິນ​ໄຫວ​ອີກ! ຕອນ​ເຊົ້າ​ມື້​ນີ້ ທີ່​ປະ​ເທດ​ຍີ່​ປຸ່ນ ຂະ​ໜາດ 6.8 ບໍ່​ມີ​ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ!

Published on

EyWwB5WU57MYnKOuFtPOqoHTTsecJZi1iX8wXspGs83IFOMAVdXxL4

ເກີດ​ເຫດ​ແຜ່ນ​ດິນ​ໄຫວ ຂະ​ໜາດ 6.8 ແມັກ​ນິ​ຈູດ ໃນ​ທະ​ເລ​ເບື້ອງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ຍີ່​ປຸ່ນ ຫ່າງ​ຈາກ​ຊາຍ​ຝັ່ງ​ 42 ກິ​ໂລ​ແມັດ ແຕ່​ບໍ່​ມີ​ການ​ເຕືອນ​ໄພ​ຄື່ນ​ຍັກ​ສຶ​ນາ​ມິ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ເມື່ອ​ເວ​ລາ 04:12 ໂມງ​ ຕອນ​ເຊົ້າຂອງ​ມື້​ນີ້ (13 ພຶດ​ສະ​ພາ) ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ ແມ່ນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ ຄວາມ​ແຮກ​ລະ​ດັບ 6.8 ແມັກ​ນິ​ຈູດ ໃນ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເກາະ​ຮອນ​ຊູ ປະ​ເທດ​ຍີ່​ປຸ່ນ ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ ເລິກ 38.9 ກິ​ໂລ​ແມັດ ຫ່າງ​ຈາກ​ຊາຍ​ຝັ່ງ​ເມືອງ​ໂອ​ຟຸ​ນາ​ໂຕະ 33 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ເມືອງ​ຄາ​ມາ​ອິ​ຊິ ແຂວງ​ອິ​ວາ​ເຕະ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ ປະ​ມານ 42 ກິ​ໂລ​ແມັດ ໂດຍ​ບໍ່​ມີ​ການ​ປະ​ກາດ​ເຕືອນ​ໄພ​ຄື່ນ​ຍັກ​ສຶ​ນາ​ມິ​ແຕ່​ປະ​ການ​ໃດ ແລະ ເບື້ອງ​ຕົ້ນ ແມ່ນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍໃດໆ​ເທື່ອ.

 

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...