spot_img
Homeຂ່າວພາຍ​ໃນແຕ່ງຕັ້ງຮອງຫົວໜ້າ, ຫົວໜ້າ ປກສ ແຂວງວຽງຈັນ

ແຕ່ງຕັ້ງຮອງຫົວໜ້າ, ຫົວໜ້າ ປກສ ແຂວງວຽງຈັນ

Published on

ໃນວັນທີ 5 ສິງຫາ 2022, ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ມີພິທີປະກາດນາຍຕໍາຫຼວດ ພັກການຮັບອຸດຫນູນບໍານານ ແລະ ແຕ່ງຕັ້ງຫົວຫນ້າ, ຮອງຫົວຫນ້າກອງບັນຊາການ ປກສ ແຂວງວຽງຈັນ, ເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍບັນດາຄະນະພັກຄະນະບັນຊາກອງບັນຊາການ, ແຂກຮັບເຊີນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກຫ້ອງ, ກອງພັນປ້ອງກັນ ເຄື່ອນທີ່, ຄ້າຍຄຸ້ມຂັງ-ດັດສ້າງ ແລະ ກອງບັນຊາການ ປກສ ເມືອງທົ່ວແຂວງວຽງຈັນ ເຂົ້າຮ່ວມ.

ໃນພິທີ, ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວຫນ້າກົມໃຫຍ່ການເມືອງ, ຫົວຫນ້າກົມພະນັກງານ ກະຊວງ ປກສ ໄດ້ຜ່ານດໍາລັດຂອງນາຍົກລັດຖະ ມົນຕີສະບັບເລກທີ 213/ນຍ ລົງວັນທີ 2 ສິງຫາ 2022 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກນັກການຮັບອຸດຫນູນບໍານານຂອງນາຍຕໍາຫຼວດ, ໃນ ນັ້ນ,ໄດ້ ຕົກລົງໃຫ້ ພົຈວ ທອງເຄນ ບຸນຫັ້ນ ອອກພັກການຮັບອຸດຫນູນບໍານານ, ຜ່ານດໍາລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 225/ນຍ ລົງວັນທີ 2 ສິງຫາ 2022 ວ່າດ້ວຍການປະກາດແຕ່ງຕັ້ງຫົວຫນ້າກອງ ບັນຊາການ ປກສ ແຂວງວຽງຈັນ;

ໃນນັ້ນ, ແຕ່ງຕັ້ງ ພ້ອ ສົມຄິດ ດວງພະຈັນ ເປັນຫົວຫນ້າກອງບັນຊາການ ປກສ ແຂວງວຽງຈັນ, ຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບ ເລກທີ 1220/ປກສ ລົງວັນທີ 3 ສິງຫາ 2022 ວ່າດ້ວຍປະກາດແຕ່ງຕັ້ງຮອງຫົວຫນ້າກອງບັນຊາການ ປກສ ແຂວງວຽງຈັນ, ໂດຍແຕ່ງຕັ້ງສະຫາຍ ພັທ ແຫວນເພັດ ໂທມະ ຫາລາດ ເປັນຮອງຫົວຫນ້າກອງບັນຊາການ ປກສ ແຂວງວຽງ ຈັນ ສ່ວນຮອງທີ່ມີ ຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດນີ້, ແອ ວິໄລ ຫຼ້າ ຄໍາຟອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານຂອງນາຍຕໍາຫຼວດ ສະຫາຍ ທີ່ໄດ້ຮັບອຸດຫນູນບໍານານ, ເຊິ່ງການປະ ກາດດັ່ງກ່າວແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານ ເມື່ອເຖິງອາຍຸກະສຽນກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດຫນູນບໍານານ ຕາມລະບຽບການ, ພ້ອມທັງຮຽກຮ້ອງ ໃຫ້ສະຫາຍສືບຕໍ່ໃຫ້ຄໍາແນະນໍາ ທາງດ້ານບົດຮຽນ ແລະ ປະສົບ ການຕ່າງໆຕາມຄວາມ ສາມາດຂອງ ຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານ ປກສ ໃຫ້ ມີຜົນສໍາເລັດກວ່າເກົ່າ,

ສ່ວນນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງເປັນຫົວຫນ້າ ແລະ ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ່ວຽງຈັນ ໃຫ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ເລິກ ເຊິ່ງ ເຖິງຖອງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ການນໍາພາ-ບັນຊາ, ສ້າງຄວາມເປັນເອກະພາບໃນຫມູ່ຄະນະ, ກໍ່ສ້າງພັກ, ກໍ່ສ້າງກໍາລັງໃຫ້ຫນັກ ແຫນ້ນ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ແຫນ້ນແຟ້ນ, ສືບຕໍ່ ຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ມີຄວາມຫນັກແຫນ້ນ, ເຂັ້ມແຂງຂຶ້ນເລື້ອຍໆ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...