spot_img
Homeພະຍາກອນອາກາດແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 07 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 07 ສິງຫາ 2023

Published on

ແຈ້ງເຕືອນໄພນໍ້າຖ້ວມ ແລະ ດິນເຈື່ອນ ປະຈໍາວັນທີ 07 ສິງຫາ 2023, ເວລາ 06 ໂມງ 00 ຍ່ອມຄວາມກົດດັນອາກາດຕໍ່າທີ່ພາກເຫນືອຂອງປະເທດຫວຽດນາມຍັງສືບຕໍ່ແຜ່ລົງມາປົກຄຸມທົ່ວທຸກພາກຂອງ ປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ ເຊິ່ງຈະເຮັດ ໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກຫນັກຢູ່ບາງທ້ອງຖິ່ນແຂວງພາກເຫນືອ ລົງຫາ ພາກກາງ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈົ່ງມີສະຕິລະວັງຕໍ່ສະພາບຝົນທີ່ຍັງສືບຕໍ່ຕົກປານກາງ ຫາ ຫນັກ ທີ່ຈະເຮັດ ໃຫ້ເກີດມີນໍ້າຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ເກີດຂຶ້ນໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້, ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ ມີຄ່າ ແລະ ສັດລ້ຽງໄປໄວ້ປອນທີ່ປອດໄພ. ສໍາລັບ ແຂວງ ພາກກາງ ແລະ ພາກເຫນືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບດິນ ເຈື່ອນ ເນື່ອງຈາກວ່າມີຝົນຕົກຕິດຕໍ່ກັນຫຼາຍວັນ.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 07/08/2023 ຫາ ເວລາ 07 ໂມງ ຂອງວັນທີ 08/08/2023 ພາກເຫນືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເຫນືອ ແລະ ຊຽງຂວາງ) ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ມີຝົນຕົກໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາຫນັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 60 ເປີເຊັນຂອງພາກ. ອຸນຫະພູມໃນ ລະຫວ່າງ 19 – 28 ອົງສາ.

ພາກເຫນືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ມີເພື່ອປົກຄຸມເປັນສ່ວນຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າ 60 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.

ນະຄອນຫຼວງວຽງຈັນ: ມີເພື່ອປົກຄຸມເປັນສ່ວນຫຼາຍ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 60 ເປີເຊັນ. ອຸນຫະພູມໃນລະຫວ່າງ 25 – 31 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ມີຝົນຕົກໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 60 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 22 – 30 ອົງສາ.
ແຂວງໄຊສົມບູນ: ມີຝົນຕົກໃນລະດັບປານກາງ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60 ເປີເຊັນ. ອຸນຫະພູມໃນລະຫວ່າງ 20 – 24 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60 ເປີເຊັນ ຂອງພາກ. ອຸນຫະພູມ ໃນລະຫວ່າງ 21 – 32 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60 ເປີເຊັນ. ອຸນຫະພູມໃນລະຫວ່າງ 17 – 24 ອົງສາ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...