ແຈ້ງປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ທໍາມະດາ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 17 ກັນຍາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ, ບໍລິສັດນໍ້າມັນເຊື້ອໄຟ, ຜູ້ປະກອບການ, ບັນດາປໍ້ານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໃຫ້ປັບລາຄານໍ້າມັນທຸກປະເພດລົງເລີ່ມມື້ອື່ນວັນທີ 18 ກັນຍາ 2020 ນັບແຕ່ເວລາ 6:00 ໂມງເຊົ້າເປັນຕົ້ນໄປ.

ການແຈ້ງປັບລົງໃນຄັ້ງນີ້ ມີຄື: ໄດ້ປັບລາຄານໍ້າມັນແອັດຊັງພິເສດ ແລະ ທໍາມະດາ ລົງ 170 ກີບ/ລິດ ແລະ ນໍ້າມັນກາຊວນປັບລົງ 240 ກີບ/ລິດ.

ຮຽບຮຽງຂ່າວ: ພຸດສະດີ