ແຈ້ງການຂຶ້ນລາຄານໍ້າມັນເຊື້ອໄຟ ນ້ຳມັນກາຊວນຂຶ້ນຫຼາຍກວ່າໝູ່ 200 ກີບຕໍ່ລິດ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍການປັບຂຶ້ນໃນຄັ້ງນີ້ ລາຄານ້ຳມັນກາຊວນ ຂຶ້ນຫຼາຍກວ່າໝູ່ 200 ກີບຕໍ່ລິດ ໂດຍເລີ່ມປະຕິບັດລາຄາໃໝ່ ແຕ່ວັນທີ 17 ກໍລະກົດ 2020 ເວລາ 6:00 ໂມງ ເປັນຕົ້ນໄປ.

ຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງສະມາຄົມນໍ້າມັນເຊື້ອໄຟ ທົ່ວປະເທດ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ສະ ບັບເລກທີ 0677/ອຄ.ກຄພນ; ລົງວັນທີ 16 ກໍລະກົດ 2020 ໃຫ້ຮູ້ວ່າ: ການປັບລາຄານໍ້າມັນເຊື້ອໄຟໃນຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 90 ກີບຕໍ່ລິດ; ແອັດຊັງທໍາມະດາ ປັບຂຶ້ນ 80 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 200 ກີບຕໍ່ລິດ; ສ່ວນການຄິດໄລ່ພັນທະ ແລະ ຄ່າທໍານຽມຕ່າງໆແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0600/ກຄພນ.ຄສລ, ລົງວັນທີ 16 ກໍລະກົດ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 17 ກໍລະກົດ 2020; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ