spot_img
Homeຂ່າວທ້ອງຖິ່ນແຂວງ​ຊຽງ​ຂວາງ-ມອບ​ລົດ​ໃຫຍ່​ຮຸນ​ໄດ 5 ຄັນ​ຄືນ​ໃຫ້​ເຈົ້າຂອງ​ເດີມ

ແຂວງ​ຊຽງ​ຂວາງ-ມອບ​ລົດ​ໃຫຍ່​ຮຸນ​ໄດ 5 ຄັນ​ຄືນ​ໃຫ້​ເຈົ້າຂອງ​ເດີມ

Published on

 

    ​ເມື່ອ​ບໍ່​ດົນ​ມານີ້, ​ເຈົ້າໜ້າ​ທີ່ ປກສ ​ແຂວງ​ຊຽງ​ຂວາງ ​ໄດ້​ນຳ​ເອົາ​ລົດ​ກະ​ບະຮຸນ​ໄດ​ຈຳນວນ 5 ຄັນ ມອບ​ໃຫ້​ ປກສ ນະຄອນ ຫລວງ​ວຽງ​ຈັນ ​ເພື່ອ​ນຳສົ່ງ​ໃຫ້​ເຈົ້າຂອງ​ເດີມ, ພາຍຫລັງ​ລົດ​ຈຳນວນ​ດັ່ງກ່າວ​ຖືກ​ຄົນ​ຮ້າຍ​ລັກ​ມາ​ຈາກ​ນະຄອນຫລວງ​ວຽງ​ຈັນ​ແລ້ວ​ນຳ​​ໄປ​ຈຳໜ່າຍ​ຢູ່​ແຂວງ​ຊຽງ​ຂວາງ ​ເມື່ອ​ທ້າຍ​ປີ 2013 ຜ່ານ​ມາ ​ເຊິ່ງ​ມີ​ຜູ້​ຕ້ອງ​ຫາ ​ຄື​ທ້າວ ສຸກ​ສະຫວັນ ອາຍຸ 22 ປີ ຢູ່​ບ້ານ​ທົ່ງ​ພານ​ທອງ, ທ້າວ ນ້ອຍນາ​ລິນ ອາຍຸ 33 ປີ ຢູ່​ບ້ານ​ໂພ​ນທັນ​ໃຕ້ ​ເມືອງ​ສີ​ສັດຕະ​ນາກ, ທ້າວ ຕ້ອມ​ ອາຍຸ 24 ປີ​, ທ້າວ ຄຳ​ເກື່ອງ ອາຍຸ 55 ປີ ຢູ່​ບ້ານ​ຊຽງ​ດາ ​ເມືອງ​ໄຊ​ເສດ​ຖາ ​ແລະ ທ້າວ ວັນ​ເວຫາ ອາຍຸ 24 ປີ ຢູ່​ບ້ານ​ຫາດ​ຊາຍ​ຂາວ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ທັງ​ໝົດ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ໃນ​ເດືອນ​ມີນາ 2014 ​ຜ່ານ​ມາ ໃນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ ​ເຊິ່ງການ​ມອບ​-ຮັບ​ໄດ້​ມີ​ຂຶ້ນລະຫວ່າງ​ທ່ານ ພັນ​ໂທ ບຸນ​ຮັກ ສໍ​ສາຍ​ນ້ຳພ່າງ ຮອງ​ຫ້ອງ​ຕຳຫລວດ​ກອງ​ບັນຊາ​ການ ປກສ ​ແຂວງ​ຊຽງ​ຂວາງ ​ແລະ ​ທ່ານ ພັນ​ຕີ ຖາວອນ ດາ​ມະນີ​ວົງ ຮອງ​ພະ​ແນ​ກສືບສວນ​ຄະດີ​ອາຍາ ປກສ ນະຄອນ ຫລວງ​ວຽງ​ຈັນ.

ທີ່ມາ http://laophatthananews.blogspot.com/2014/05/5_12.html

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...