spot_img
Homeຂ່າວການພັດທະນາແຂວງໄຊຍະບູລີ ຕ້ອງການທຶນຫລາຍກວ່າ 100 ຕື້ກີບ ເພື່ອພັດທະນາຊຸມຊົນ!

ແຂວງໄຊຍະບູລີ ຕ້ອງການທຶນຫລາຍກວ່າ 100 ຕື້ກີບ ເພື່ອພັດທະນາຊຸມຊົນ!

Published on

ຂປລ. ທ່ານ ພູວັງ ກອງຊັບ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ເງິນທຶນພັດທະນາຊຸມຊົນ ໂຄງການພະລັງຄວາມຮ້ອນຫົງສາ ໃຫ້ຮູ້ວ່າ: ​ໃນ​ສົກ​ປີ 2016 ນີ້ ​ແຂວງ​ໄຊ​ຍະ​ບູລີ ​ໄດ້​ມີ​ແຜນພັດທະນາຊຸມຊົນ ​ໃນ 3 ​ເມືອງ​ເປົ້າ ໝາຍ ແລະ ເທສະບານແຂວງ ຄື: ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເທສະບານແຂວງໄຊຍະບູລີ ຈຳນວນ 10 ໂຄງການ, ມີ​ມູນ​ຄ່າທັງໝົດ 100 ຕື້ກ່ວາກີບ ​ເຊິ່ງ​ເຫັນ​ວ່າ ມີມູນຄ່າລື່ນແຜນງົບປະມານ ທີ່ທາງໂຄງການໄຟຟ້າ ພະລັງງານ ຄວາມຮ້ອນຫົງສາ ກຳນົດ​ໃຫ້ ​ເຊິ່ງມີພຽງແຕ່ 10 ຕື້ກວ່າກີບຕໍ່​ປີ.

ສະນັ້ນ, ​ໃນ​ທ້າຍ​ເດືອນ​ຜ່ານ​ມາ​ຢູ່​ທີ່​ແຂວງ​ໄຊ​ຍະ​ບູລີ ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື ກັບ​ບັນດາ​ເມືອງ​ເປົ້າໝາຍດັ່ງກ່າວ ກ່ຽວ​ກັບ​ການ​ນຳ​ໃຊ້​ທຶນ​ພັດທະນາ​ຊຸມ​ຊົນ ທີ່​ທາງ​ໂຄງການ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ ຈະ​ສະໜອງ​ໃຫ້ ​ໂດຍ​ການ​ເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ. ​ໃນ​ໂອກາດ​ນີ້ ທ່ານ​ໄດ້ຮຽກຮ້ອງໃຫ້ບັນດາເມືອງ ພິຈາລະນາຄືນວ່າ ເມືອງຂອງຕົນເອງມີ​ຄວາມ​ຕ້ອງການ​ອັນ​ໃດ ​ເປັນ​ບູລິ​ມະສິດ​ຕົ້ນຕໍ ​ແລ້ວ​ຈັດ​ລຽນ​ຕາມ​ລຳດັບ ເພາະທຶນ​ຂອງ​ໂຄງການດັ່ງກ່າວ ມີອາຍຸສຳປະທານ​ເຖິງ 25 ປີຈຶ່ງຈະສິ້ນສຸດ.

ບັນດາໂຄງການພັດທະນາທີ່ ​ເມືອງ​ເປົ້າໝາຍ​ມີ​ຄວາມ​ຕ້ອງການ​ນັ້ນ ລວມມີ: ​ໂຄງການປູຢາງອັດສະຟານ ໃນເທສະບານເມືອງໄຊຍະບູລີ ລວມມີ 3 ໂຄງການມູນຄ່າ 55 ຕື້ກ່ວາກີບ, ເມືອງຫົງສາ ມີ 4 ໂຄງການ ຄື: ກໍ່ສ້າງເສັ້ນທາງເທສະບານເມືອງ, ກໍ່ສ້າງຕ້ານຕະຝັງເຈື່ອນ, ປັບປຸງເດີນກິລາ, ກໍ່ສ້າງສະໜາມເກັບຂີ້ເຫຍື້ອ, ມູນຄ່າ 38 ຕື້​ກວ່າກີບ, ເມືອງເງິນ ມີໂຄງການກໍ່ສ້າງຫ້ອງວ່າການປົກຄອງເມືອງ ມູນຄ່າ 1 ຕື້ກວ່າກີບ, ເມືອງຊຽງຮ່ອນ ມີ 2 ໂຄງການ, ມູນຄ່າ 14 ຕື້ກ່ວາກີບ ​ໃນ​ນັ້ນ ມີ​ໂຄງການຕັດຜັງບ້ານ ໂຮມໄຊ, ທະລຸເສັ້ນທາງປາກເປັດ ຫາ ຄົກເມີຍ ແລະ ເສັ້ນທາງຊ່ອຍບ້ານດອນປຸງຫາຊ່ອຍຜັ້ງບ້ານປາກເປັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...