spot_img
Homeຂ່າວທ້ອງຖິ່ນແຂວງສະຫວັນນະເຂດ ທຳລາຍເຄື່ອງໃນສັດ ທີ່ຢຶດໄດ້ຈາກລົດໂດຍສານ

ແຂວງສະຫວັນນະເຂດ ທຳລາຍເຄື່ອງໃນສັດ ທີ່ຢຶດໄດ້ຈາກລົດໂດຍສານ

Published on

ເມື່ອບໍ່ດົນມານີ້ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນສ່ວນເຄື່ອງໃນສັດ (ງົວ-ຄວາຍ) ພາຍຫຼັງທີ່ເຈົ້າໜ້າທີ່ ກອງກວດກາພາສີ ຢຶດໄດ້ຈາກລົດໂດຍສານຊາວຫວຽດນາມ ແລະ ສາມາດຢຶດໄດ້ທັງໝົດ 9 ພັນກິໂລກຼາມ ເຊິ່ງມີຟໍມາລີນ ແລະ ເຊື້ອແບັກເຕີລີ ໃນປະລິມານທີ່ສູງສົມຄວນ.

ເຂົ້າຮ່ວມພິທີຄັ້ງນີ້ ມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ, ທ່ານ ດຣ. ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍແຂກຈາກພາກສ່ວນຕ່າງໆ.

ທ່ານ ບຸນລ້ຽງ ຈັນວັນເພັງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນເວລາ 14 ໂມງຂອງວັນທີ 10 ສິງຫາ ເຈົ້າໜ້າທີ່ກອງກວດກາພາສີແຂວງສະຫວັນນະເຂດ ໄດ້ຮັບແຈ້ງທາງໂທລະສັບຈາກພົນລະເມືອງດີວ່າ: ມີແມ່ຄ້າຊາວຫວຽດນາມ ຈະມີການຂົນເຄື່ອງໃນສັດປະເພດ: ງົວ-ຄວາຍ ຜ່ານແຂວງສະຫວັນນະເຂດ ຕາມສາຍທາງເລກ 9 ໃນລົດໂດຍສານໝາຍເລກທະບຽນ 43B001.94 ລົດໂດຍສານຫວຽດນາມ. ເມື່ອເປັນດັ່ງນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ພ້ອມກັນອອກສະກັດ ເພື່ອລັດລົດຄັນດັ່ງກ່າວ ພໍຮອດເຂດບ້ານທົ່ງ ເມືອງອຸທຸມພອນ ກໍ່ເຫັນລົດຄັນດັ່ງກ່າວແລ່ນມາ, ເຈົ້າໜ້າທີ່ກອງກວດກາພາສີ ຈຶ່ງສັ່ງໃຫ້ລົດຄັນດັ່ງກ່າວຢຸດ ແລະ ໄດ້ທຳການກວດຄົ້ນ ໄດ້ພົບເຫັນຖົງສີຂຽວ ເຊິ່ງທາງໃນມີແກັດໂຟມ ແລະ ບັນຈຸດເຄື່ອງໃນສັດເປັນຈຳນວນ 9,000 ກິໂລກຼາມ (9 ໂຕນ).

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ກວດກາພາສີເຫັນວ່າ ສິນຄ້າຜະລິດຕະພັນສັດດັ່ງກ່າວ ແມ່ນນຳເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານຢັ້ງຢືນໃດໆ ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດ ພ້ອມທັງມີການປັບໄໝຕາມລະບຽບການ. ພ້ອມນັ້ນ ກໍ່ໄດ້ມີການສົມທົບກັບພະແນກກະສິກຳ-ປ່າໄມ້, ໂດຍສະເພາະຂະແໜງລ້ຽງສັດ-ການປະມົງ ໄດ້ນຳເອົາຊີ້ນດັ່ງກ່າວ ໄປວິເຄາະ ວິໄຈຫາເຊື້ອພະຍາດ, ໃນນັ້ນ ໄດ້ກວດກາຫາສານຕົກຄ້າງ (ຟໍມາລີນ) ແລະ ເຊື້ອແບັກເຕີລີ. ຜົນຂອງການວິໄຈພົບວ່າ: ໄດ້ກວດພົບມີສານຕົກຄ້າງ ຟໍມາລີນ ແລະ ເຊື້ອແບັກເຕີລີ ໃນປະລິມານທີ່ສູງສົມຄວນ ຖ້ານຳໄປບໍລິໂພກ ກໍ່ຈະໄດ້ມີການສະສົມເຊື້ອພະຍາດດັ່ງກ່າວ ເຂົ້າສູ່ຮ່າງກາຍຄົນ ເຮັດໃຫ້ມີການຕິດເຊື້ອພະຍາດ ແລະ ມີໂອກາດເກີດເປັນພະຍາດຕິດຕໍ່ຈາກສັດສູ່ຄົນໄດ້.

ທີ່ມາຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...