spot_img
Homeຂ່າວພາຍ​ໃນແຂວງຜົ້ງສາລີຈະໂຮມເອົາ 3 ງານບຸນໃຫຍ່ ສະຫລອງໃນວັນສ້າງຕັ້ງກອງທັບ 65ປີ

ແຂວງຜົ້ງສາລີຈະໂຮມເອົາ 3 ງານບຸນໃຫຍ່ ສະຫລອງໃນວັນສ້າງຕັ້ງກອງທັບ 65ປີ

Published on

fri6sep1

(ຄໍາຕອບສໍາພາດຂອງສະຫາຍພົນຈັດຕະວາ ທອງເສັດ ແສນວົງ, ຮອງເລຂາພັກແຂວງ, ເລຂາຄະນະພັກ, ຫົວຫນ້າການເມືອງກອງບັນ ຊາການທະຫານແຂວງຜົ້ງສາລີຕໍ່ນັກຂ່າວໜັງສືພິມກອງທັບ)
1. ຮຽນຖາມສະຫາຍ, ສະ ຫາຍມີຄວາມຮູ້ສຶກແນວໃດຕໍ່ ຄວາມເຕີບໃຫຍ່ເຂັ້ມແຂງ ຂອງກອງທັບປະຊາຊົນລາວ ຕະຫລອດເສັ້ນທາງປະຫວັດ ສາດ 65 ປີຜ່ານມາ?
ຕອບ: ກອງທັບເຮົາກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນແປວໄຟ ສົງຄາມຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ, ນາຍ ແລະ ພົນທະຫານໃນກອງທັບເຮົາກໍ່ແມ່ນລູກຫຼານຂອງປະຊາຊົນ ລາວບັນດາເຜົ່າ,ເຮັດຫນ້າທີ່ສູ້ຮົບປັບປຸງກໍ່ສ້າງຕົນເອງຈົນກາຍ ເປັນກອງທັບທີ່ເຕີບໃຫຍ່ເຂັ້ມແຂງ ຄືຊູ່ມື້ນີ້ ກໍ່ຍ້ອນການຊ່ວຍ ເຫຼືອ ແລະ ຖະໜຸຖະໜອມຮັກແພງ ຈາກປະຊາຊົນລາວບັນດາ ເຜົ່າຈົນມີຊື່ວ່າ “ກອງທັບປະຊາຊົນລາວ” ນີ້ຄືຄວາມງົດງາມ ແລະ ກຽດສັກສີອັນສູງສົ່ງຂອງກອງທັບເຮົາ.
ສະນັ້ນ, ຂ້າພະ ເຈົ້າເອງສຸດທີ່ມີຄວາມພາກ ພູມໃຈ ແລະ ເອກອ້າງທະນົງໃຈທີ່ ສຸດທີ່ໄດ້ເກີດມາບົນຜືນແຜນ ດິນແຫ່ງນີ້ ແລະ
ໄດ້ປະກອບສ່ວນ ຜົນງານຂອງຕົນເຂົ້າໃນພາ ລະກິດປະຕິວັດກໍ່ຄືພາ ລະກິດປັບ ປຸງກໍ່ສ້າງກອງທັບປະຊາຊົນ ລາວ
ເຊິ່ງເປັນກອງທັບປະຊາຊົນ ພາຍໃຕ້ການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງ ພັກປະຊາຊົນ ປະຕິວັດລາວ, ກອງທັບເຮົາໄດ້ນັບມື້ເຕີບ ໃຫຍ່ເຂັ້ມແຂງເຮັດສຳເລັດ ໜ້າທີ່ອັນມີກຽດຂອງຕົນຢ່າງ ຈົບງາມ.
2. ໃນນາມທີ່ສະຫາຍເປັນ ນາຍທະຫານຜູ້ໜຶ່ງ, ສະຫາຍ ຄິດແນວໃດຕໍ່ຜົນງານ ແລະ ວິ ລະກຳຂອງຜູູ້ນຳ ແລະ ນາຍ ທະຫານລຸ້ນກ່ອນທີ່ມີຕໍ່ກອງ ທັບ?
ຕອບ: ຖ້າກ່າວເຖິງການປະ ຕິວັດລາວ ກໍ່ຕ້ອງກ່າວເຖິງ ກອງທັບປະຊາຊົນລາວ, ຖ້າ ຈະກ່າວເຖິງກອງທັບປະຊາ ຊົນລາວ ກໍ່ຕ້ອງກ່າວເຖິງຜົນ ງານ ແລະ ວິລະກຳຂອງຜູ້ນຳ  ຜູ້ກໍ່ຕັ້ງກອງທັບ, ເຊິ່ງໃນນັ້ນຜູ້ ອອກຫນ້າພາທາງແມ່ນທ່ານ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກຂອງປວງ ຊົນລາວພວກເຮົາ.
ສະນັ້ນ, ພວກເຮົາທີ່ເປັນ ພະນັກງານຜູ້ສືບທອດຂໍຈົດ ຈຳຄຸນງາມຄວາມດີ ແລະ ຜົນ ງານອັນຍອດຍິ່ງ, ວິລະກຳອັນ ລ້ຳເລີດຂອງປະທານ ໄກ ສອນ ພົມວິຫານ ແລະ ຜູ້ນຳ ການປະຕິວັດທ່ານອື່ນໆ  ລຸ້ນຕໍ່ລຸ້ນທີ່ໄດ້ກໍ່ສ້າງກອງທັບ ປະຊາຊົນລາວພວກເຮົາເຕີບ ໃຫຍ່ເຂັ້ມແຂງຄືທຸກວັນນີ້.
3. ເພື່ອກະກຽມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 65 ປີ ນີ້, ຢູ່ກອງບັນຊາການທະຫານ ແຂວງຜົ້ງສາລີ ໄດ້ມີຂະບວນ ການຫຍັງແດ່?.
ຕອບ: ເພື່ອເປັນການສ້າງ ຂະບວນການແຂ່ງຂັນສ້າງ ຜົນງານຂຳ່ນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 65 ປີນີ້ ໃຫ້ມີ ບັນຍາກາດຟົດຟື້ນນັ້ນ, ກອງ   ບັນຊາການທະຫານແຂວງ ຜົ້ງສາລີ ໄດ້ພ້ອມກັນຈັດຕັ້ງ ປະຕິບັດຄຳສັ່ງແນະນຳເລກທີ     14 ຂອງຄະນະເລຂາທິການ ສູນກາງພັກ ລົງວັນທີ 17/5/ 2013, ໂດຍໄດ້ປະ ຊຸມຄະນະປະຈຳປຶກສາຫາລື  ແບ່ງຫນ້າທີ່ຄວາມຮັບຜິດ ຊອບໃຫ້ແຕ່ລະຄົນ ແລະ ຕົກ ລົງເອົາ 3 ງານບຸນໃຫຍ່ໂຮມ ເຂົ້າກັນມາສະຫລອງໃນວັນ ສ້າງຕັ້ງກອງທັບ 65 ປີຄື: ງານ ເທດສະການດື່ມນ້ຳຊາ 400 ປີ, ເຊິ່ງຕາມປົກກະຕິຈະຈັດ ຂຶ້ນໃນເດືອນ ຕຸລາ 2013 ແລະ ງານສະເຫລີມສະຫລອງ   ວັນປົດປ່ອຍຜົ້ງສາລີຄົບຮອບ 60 ປີ ເຊິ່ງຈະຈັດຂຶ້ນໃນໄລຍະ   ເດືອນ ກຸມພາ 2014 ໝາຍ ຄວາມວ່າເອົາ 3 ງານບຸນໃຫຍ່  ໂຮມເຂົ້າກັນມາຈັດຂຶ້ນໃນວັນ ສະເຫລີມສະຫລອງວັນສ້າງ ຕັ້ງກອງທັບ 65 ປີ ໂດຍໄດ້ມີ ການແຕ່ງຕັ້ງຄະນະກຳມະ ການຊີ້ນຳຂັ້ນແຂວງ, ແຕ່ງຕັ້ງ  ຄະນະກຳມະການຊີ້ນຳຂັ້ນ ກອງບັນຊາການທະຫານ ແຂວງ ແລະ ແຕ່ງຕັ້ງບັນດາ ອະນຸກຳການຕ່າງໆເຊັ່ນ: ອະນຸກຳມະການເນື້ອໃນ, ປ້ອງກັນ, ເສດຖະກິດ, ຂະ ບວນການ ແລະ ອະນຸກຳມະ ການພິທີການ. ເຊິ່ງແຕ່ລະອະ ນຸກຳມະການກໍ່ໄດ້ເຄື່ອນໄຫວ  ຕາມພາລະບົດບາດໜ້າທີ່ ຂອງຕົນໃນການກະກຽມສຳ ເລັດເກືອບຄົບຖ້ວນແລ້ວ. ໂດຍສະເພາະອະນຸກຳມະ ການພິທີການ ແລະ ຂະບວນ ການພວມດຳເນີນກະກຽມປະ ດັບປະດາສະຖານທີ່ຕ່າງໆ ພາກໃນຮົ່ມ, ພາກສາທາລະ ນະ, ພາກກາງແຈ້ງ ແລະ ຂະ ບວນກີລາແຕ່ລະປະເພດ ພ້ອມທັງການກະກຽມຫັດ ແອບສີລະປະ-ວັນນະຄະດີກໍ່​ໄດ້ມີການເຄື່ອນໄຫວເຝິກ ຊ້ອມເປັນຂະບວນ.
ໃນໄລຍະນີ້, ກອງບັນຊາ ການທະຫານແຂວງຜົ້ງສາລີ ໄດ້ແຕ່ງຕັ້ງພະນັກງານລົງ ຮາກຖານກົມກອງຕ່າງໆທົ່ວ ທະ ຫານແຂວງ ເພື່ອຊີ້ນຳການ ດຳເນີນຊີວິການເມືອງພາຍ ໃນພັກ, ໃນທຸກຮາກຖານພັກ, ຫນ່ວຍພັກ, ແນ່ໃສ່ສຳຫລວດ ກວດກາດຳເນີນຊີວິດ, ສຶກສາ ອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານ ໃຫ້ເຊື່ອມຊຶມ ແລະ ກຳແຫນ້ນບັນດາເນື້ອ ໃນມະຕິຕ່າງໆຂອງພັກ, ສ້າງ ບັນຍາກາດກະຕືລືລົ້ນຫ້າວ ຫັນຟົດຟື້ນໃນການປັບປຸງກົມ ກອງໃຫ້ເຂັ້ມແຂງຕາມທິດ ສ້າງນັກຮົບວັດທະນະທຳກົມ ກອງວັດທະນະທຳ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...