spot_img
Homeຂ່າວທ້ອງຖິ່ນແຂວງບິ້ງເຝຶອກ ມອບເບ້ຍໝາກພິກໄທ ແລະ ເບ້ຍໝາກກາກາວແກ່ ແຂວງຈໍາປາສັກ

ແຂວງບິ້ງເຝຶອກ ມອບເບ້ຍໝາກພິກໄທ ແລະ ເບ້ຍໝາກກາກາວແກ່ ແຂວງຈໍາປາສັກ

Published on

ແຂວງບິ້ງເຝຶອກ ມອບເບ້ຍໝາກພິກໄທ ແລະ ເບ້ຍໝາກກາກາວແກ່ ແຂວງຈໍາປາສັກ

ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງບິ້ງເຝືອກ ສ.ສ ຫວຽດນາມ ໄດ້ມອບເບ້ຍໝາກພິກໄທ
ຈໍານວນ 10 ພັນເບ້ຍ ແລະ ເບ້ຍໝາກກາກາວຈໍານວນ 15 ພັນເບ້ຍ ໃຫ້ແກ່ແຂວງຈໍາປາສັກ ສປປ ລາວ.

ພິທີມອບ-ຮັບເບ້ຍໝາກພິກໄທ ແລະ ເບ້ຍກາກາວຄັ້ງນີ້ມີຂຶ້ນໃນວັນທີ 21 ພຶດສະພາ 2014 ທີ່ຜ່ານມາ
ຢູ່ສູນບໍລິການເຕັກນິກດ້ານກະສິກຳ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈໍາປາສັກ, ໃຫ້ກຽດມອບໂດຍ
ທ່ານ ຟ້າມ ວັນ ດອນ ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງບິ້ງເຝຶອກ,
ຮັບໂດຍທ່ານ ສຸປານີ ສີລິປຸນໂຍ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ,
ໂດຍມີທ່ານ ຫງວຽນ ວັນ ແທງ ຫົວໜ້າຫ້ອງວ່າການປົກຄອງແຂວງບິ້ງເຝຶອກ,
ທ່ານ ຄໍາສີ ປ່ຽງວໍລະວົງ ຮັກສາການເຈົ້າເມືອງໆປາກຊ່ອງ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ
ເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງໃນການມອບເບ້ຍໝາກພິກໄທ ແລະ ເບ້ຍໝາກກາກາວຄັ້ງນີ້ແມ່ນເພື່ອເປັນການ ຜັນຂະຫຍາຍ ແລະ
ຈັດຕັ້ງປະຕິບັດການພົວພັນຮ່ວມມືລະຫວ່າງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ,
ເວົ້າສະເພາະແມ່ນແຂວງຈໍາປາສັກ ແລະ ແຂວງບິ້ງເຝຶອກ ກໍ່ຄືການພົວພັນຮ່ວມມື
ລະຫວ່າງພະແນກກະສິກໍາ-ປ່າໄມ້ທັງ 2 ແຂວງໃຫ້ໝັ້ນຄົງຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ
ແລະ ເບ້ຍໝາກພິກໄທ-ເບ້ຍໝາກກາກາວດັ່ງກ່າວ ຝ່າຍແຂວງຈໍາປາສັກຈະທົດລອງປູກຢູ່ບ້ານທົ່ງກາຫຼົງ
ເມືອງປາກຊ່ອງ ເພື່ອເປັນພໍ່ພັນ-ແມ່ພັນ ໂດຍແມ່ນແຂວງບິ້ງເຝຶອກຈະໃຫ້ການຊ່ວຍເຫຼືອກ່ຽວກັບເຕັກນິກ
ໃນການປູກ ແລະ ການບົວລະບັດຮັກສາ, ຖ້າວ່າການປູກປະສົບຜົນສໍາເລັດຈິ່ງຈະສືບຕໍ່ຂະຫຍາຍໄປສູ່
ທ້ອງຖິ່ນອື່ນໆຂອງແຂວງຈໍາປາສັກ.

ແຂວງບິ້ງເຝຶອກໄດ້ໃຫ້ການຊ່ວຍເຫຼືອແຂວງຈໍາປາສັກແຕ່ປີ 2010 ຈົນມາຮອດປັດຈຸບັນ,
ໃນນັ້ນໄດ້ຊ່ວຍເຫຼືອເບ້ຍໝາກມ່ວງຫິມມະພານ 152 ພັນເບ້ຍ, ແກ່ນໝາກມ່ວງຫິມມະພານ 1 ພັນກິໂລກຣາມ,
ເບ້ຍໝາກພິກໄທ 20 ພັນເບ້ຍ ແລະ ເບ້ຍໝາກກາກາວ 15 ພັນເບ້ຍ.

ຂ່າວ-ພາບ: ທູນທອງໃຈ
ທີ່ມາ https://www.facebook.com/champamai.newspaper

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...