spot_img
Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ປະຕິບັດແຜນການ ປູກເຂົ້ານາປີ ບັນລຸ 90%

ແຂວງຄໍາມ່ວນ ປະຕິບັດແຜນການ ປູກເຂົ້ານາປີ ບັນລຸ 90%

Published on

ຂປລ. ຕາມ​ຂໍ້​ມູນ​ຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ ສົກ 2015-2016 ນີ້ ທົ່ວແຂວງມີເນື້ອທີ່ແຜນການສູ້ຊົນ 83.270 ເຮັກຕາ, ຄາດຄະເນແນວປູກ 4.996 ໂຕນ, ສະມັດຕະພາບ 3,85 ໂຕນ/ເຮັກຕາ, ດ້ວຍຜົນຜະລິດ 320.560 ໂຕນ, ເນື້ອທີ່ແຜນການປັກດໍາ ໃນທົ່ວແຂວງ 69.376 ເຮັກຕາ,​ ຕົກກ້າໝົດແນວປູກ 4.283 ເທົ່າກັບ 100​%. ປັດຈຸບັນກະສິກອນໃນທົ່ວແຂວງ ສາມາດບັນລຸເນື້ອທີ່ປູກເຂົ້າ ໄດ້ຕົວຈິງ 74.311 ເຮັກຕາ ເທົ່າກັບ 90% ຂອງເນື້ອທີ່ແຜນການ. ໃນນີ້ລວມທັງເນື້ອທີ່ນາດໍາ, ນາຢອດ ແລະ ນາຝາຍ. ​ໃນ​ນັ້ນ ເມືອງທີ່ບັນລຸຕາມເນື້ອທີ່ ແຜນການປັກດໍາມີ 2 ເມືອງ ຄື: ເມືອງທ່າແຂກ ແລະ ເມືອງນາກາຍ. ສ່ວນອີກ 8 ຕົວເມືອງ ທີ່ເຫລືອແມ່ນບັນລຸຢູ່ໃນເກນ 80-95%.

ສຳລັບສາເຫດທີ່ເຮັດໃຫ້ກະສິກອນ ໃນບາງເຂດຂອງແຕ່ລະເມືອງ ມີການປັກດໍາລ້າຊ້າ ແມ່ນເນື່ອງມາຈາກ ສະພາບຟ້າຝົນບໍ່ອໍານວຍ.​ ສ່ວນແຜນປູກພືດລະດູຝົນປີ 2016 ທົ່ວແຂວງມີເນື້ອທີ່ແຜນການ 4.043 ເຮັກຕາ, ສະມັດຕະພາບ 8,31 ໂຕນ/ເຮັກຕາ, ຜົນຜະລິດ 33.579 ໂຕນ. ປັ​ດຈຸບັນເນື້ອທີ່ປະຕິບັດຕົວຈິງໄດ້ 3.737 ເຮັກຕາ ເທົ່າກັບ 84,13 % ຂອງແຜນການ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...