spot_img
Homeຂ່າວຍົນຕົກເຮືອບິນໂບອິງ 777 ມາເລເຊຍຕົກ ເຜີຍຄົບຮອບຂຶ້ນບິນ 17 ປີພໍດີ ລືເປັນອາຖັນເລກ 7

ເຮືອບິນໂບອິງ 777 ມາເລເຊຍຕົກ ເຜີຍຄົບຮອບຂຶ້ນບິນ 17 ປີພໍດີ ລືເປັນອາຖັນເລກ 7

Published on

BsxgcVyCQAATOUs

 

ນັບເປັນເຫດການສະເທືອນໂລກອີກເທື່ອໜຶ່ງ ໂດຍສະເພາະຜູ້ໃຊ້ບໍລິການສາຍການບິນມາເລເຊຍ ແອຣ໌ລາຍ

ທີ່ລ່າສຸດມານີ້ ໃນວັນທີ 17 ກໍລະກົດ 2014 ທີ່ຜ່ານມາ ເຮືອບິນໂບອິງ 777 ຂອງມາເລເຊຍແອຣ໌ລາຍ ທ່ຽວບິນທີ

MH17 ບິນຈາກນະຄອນອາມສະເຕີດາມ ປະເທດເນເທີແລນ ມຸ່ງໜ້າໄປນະຄອນຫຼວງກົວລາລຳເປີ ປະເທດມາ

ເລເຊຍ ຕົກລົງໃນສະພາບລຸກໄໝ້ ທີ່ເມືອງຊັກຕາ ແຄ້ວນໂດເນດ ທາງພາກຕາເວັນອອກຂອງຢູເຄຣນ.

 

ສຳລັບເຫດການເຮືອບິນໂບອິງລຳດັ່ງກ່າວຕົກ ທາງສື່ຂອງມາເລເຊຍກໍໄດ້ເປີດເຜີຍຂໍ້ມູນວ່າ:

ຖ້ຽວບິນນີ້ ເລກຖ້ຽວບິນຄື: MH17 ເປັນເຮືອບິນໂບອິງ 777 ເຊິ່ງຂຶ້ນບິນຄັ້ງທຳອິດວັນທີ 17/7/1997 ແລະ

ບິນຄັ້ງສຸດທ້າຍວັນທີ 17/7/2014 ລວມເວລາໃຊ້ງານເທົ່າກັບ 17 ປີພໍດີ.

 

ທາງປະຊາຄົມອອນລາຍຂອງຕ່າງປະເທດ ຕ່າງກໍພາກັນເຊື່ອມໂຍງເຫດການເລກ 7 ສິບໂຕທີ່ບັງເອີນມາກ່ຽວ

ໂຍງກັນແບບໜ້າປະຫຼາດໃຈວ່າ ນີ້ອາດເປັນເພາະອາຖັນເລກ 7 ກໍເປັນໄດ້.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...