spot_img
HomeBaby-ແມ່ແລະເດັກເຮັດ​ແນວໃດ​ບໍ່​ໃຫ້​ລູກ​ນ້ອຍ​ຫົວ​ແປ

ເຮັດ​ແນວໃດ​ບໍ່​ໃຫ້​ລູກ​ນ້ອຍ​ຫົວ​ແປ

Published on

baby-eats-apple

      ອີກ​ໜຶ່ງ​ເລື່ອງ​ກັງ​ວົນ​ຂອງ​ພໍ່​ແມ່​ມື​ໃໝ່​ຄົງ​ໜີ​ບໍ່​ພົ້ນ​ເລື່ອງ​ຢາກ​ໃຫ້​ລູກ​ຫົວ​ງາມຫົວ​ບໍ່​ແປແຕ່​ປະຈຸບັນ​ເດັກ​ຫົວ​ແປ​ກັນ​ຫລາຍ​ຂຶ້ນເນື່ອງ​ຈາກ​ທາງ​ການ​ແພດ​ແລ້ວ​ແນະ​ນຳ​ໃຫ້​ແອນ້ອຍ​ນອນ​ຫງາຍ​ຫລາຍກວ່າ​ນອນ​ຄວ່ຳເພື່ອ​ປ້ອງ​ກັນ​ພາ​ວະSIDS (Sudden Infant Death Syndrome)ຫລື​ໂອ​ກາດ​ທີ່​ເດັກ​ຈະ​ເສຍຊີວິດ​ຂະນະ​ນອນ​ຫລັບຮັດ​ຢ່າງໃດ​ບໍ່​ໃຫ້​ລູກ​ນ້ອຍ​ຫົວ​ແບTop of Form

 ເຮັດແນວໃດບໍ່ໃຫ້ລູກ​ຫົວ​ແປ

ອີກ​ໜຶ່ງ​ເລື່ອງ​ກັງ​ວົນ​ຂອງ​ພໍ່​ແມ່​ມື​ໃໝ່​ຄົງ​ໜີ​ບໍ່​ພົ້ນ​ເລື່ອງ​ລູກ​ຢາກ​ໃຫ້​ລູກ​ຫົວ​ງາມ,ຫົວ​ສ້ວຍ,ຫົວ​ບໍ່​ແປແຕ່​ປະຈຸບັນ​ເດັກ​ຫົວ​ແປ​ກັນ​ຫລາຍ​ຂຶ້ນ ເນື່ອງ​ຈາກ​ທາງ​ການ​ແພດ​ແລ້ວ​ແນະ​ນຳ​ໃຫ້​​ເດັກນ້ອຍ​ນອນ​ຫງາຍ​ຫລາຍກວ່າ​ນອນ​ຄວ່ຳ ເພື່ອ​ປ້ອງ​ກັນ​ພາ​ວະ SIDS (Sudden Death Syndrome) ຫລື​ໂອ​ກາດ​ທີ່​ເດັກ​ຈະ​ເສຍຊີວິດ​ຂະນະ​ນອນ​ຫລັບ

ສາ​ເຫດ​ຂອງ​ການ​ຫົວ​ແປເນື່ອງ​ມາ​ຈາກ​ກະດູກ​ຂອງ​ເດັກ​ແຮກ​ເກີດ​ເປັນ​ກະດູກ​ທີ່​ມີ​ຄວາມ​ອ່ອນ ຫາກ​ນອນ​ທັບ​ຢູ່ໃນ​ຕຳແໜ່ງ​ເກົ່າ​ຕະຫລອດ​ເວລາ​ກໍ​ຈະ​ເຮັດໃຫ້​ກະ​ໂຫລກ​ຫົວ​ຂອງ​ເດັກ​ແປ​ໄດ້ຢ່າງໃດ​ກໍ​ດີ​ພາ​ວະ​ຫົວ​ແປບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ(ສົ່ງ​ຜົນ​ກັບ​ຄວາມ​ສວຍງາມ​ຂອງ​ຮູບ​ຫົວ​ເທົ່າ​ນັ້ນ)

ວິທີ​ປ້ອງ​ກັນ​ລູກ​ຫົວ​ແບ

  1. ຈັດ​ທ່ານ​ອນ​ໃຫ້​ລູກ​ຕະ​ແຄງ​ຂ້າງສະ​ຫລັບ​ຂ້າງ​ໄປ​ມາ​ຊ້າຍ​ນຳຂວາ​ແນ່
  2. ໃຫ້​ລູກ​ນອນ​ຄວ່ຳ ຫົວ​ງາມ​ແນ່ນອນ ແຕ່​ກໍ​ຄ່ອນ​ຂ້າງ​ອັນຕະລາຍ​ໃນ​ເດັກ​ສາມ​ເດືອນ​ທຳອິດ ເພາະ​ອາດ​ເຮັດໃຫ້​ເດັກ​ຂາດ​ອາ​ກາດ​ຫາຍ​ໃຈຖ້າ​ຈັບ​ລູກ​ນອນ​ຄວ່ຳພໍ່​ແມ່​ຕ້ອງ​ເບິ່ງແຍງ​ຢ່າງ​ໃກ້​ຊິດ ຢ່າ​ໃຫ້​ມີ​ໝອນ​ຫລື​ສິ່ງ​ຂອງ​ອື່ນໆອັດ​ດັງ​ລູກ
  3. ຖ້າ​ລູກ​ບໍ່​ຍອມ​ນອນ​ຄວ່ຳ​ໃຫ້​ຫາ​ໝອນ​ຫລຸມ​ມາ​ໃຫ້​ລູກ​ນອນ
  4. ຊ່ວງ​ທີ່​ລູກ​ຕື່ນ​ຢ່າ​ໃຫ້​ລູກ​ຢູ່ໃນ​ທ່ານ​ອນ​ຫງາຍ​ພຽງ​ຢ່າງ​ດຽວໃຫ້​ລູກ​ຢູ່ໃນ​ທ່າ​ອື່ນໆເຊັ່ນຄວ່ຳ​ຊັນ​​ຄໍ ຕະ​ແຄງ​ຫລື​ອຸ້ມ​ລູກ​ຂຶ້ນ​ມາແມ່ນ​ຈະ​ເປັນ​ຊ່ວງ​ເວລາ​ສັ້ນໆກໍ​ຕາມ
  5. ການ​ອຸ້ມ​ລູກ​ກໍ​ຄວນ​ສະ​ຫລັບ​ຂ້າງ​ໄປ​ມາ​ຊ້າຍ​ຂວາ​ເຊັ່ນ​ກັນ
  6. ຖ້າ​ຈະ​ອຸ້ມ​ລູກ​ບໍ່​ວ່າ​ຈະ​ຢູ່ໃນ​ເຮືອນ​ຫລື​ພາ​ອອກ​ໄປ​ຂ້າງ​ນອກກໍ​ຄວນ​ໃຊ້​ເປ້​ອຸ້ມ​ເດັກເພື່ອ​ໃຫ້​ຄໍ​ແລະ​ຫົວ​ຂອງ​ລູກ​ເປັນ​ອິດ​ຫລະ

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...