ເຮລິຄັອບເຕີ້ ບັນທຸກລັດຖະມົນຕີມາເລເຊຍ ສູນຫາຍຢູ່ເກາະບໍນຽວ ເຈົ້າໜ້າທີ່ເລັ່ງຄົ້ນຫາ ແລະ ກູ້ໄພແລ້ວ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສາຜ່ານມານີ້ວ່າ ເກີດເຫດເຮລິຄັອບເຕີ້ລຳໜຶ່ງ ທີ່ບັນທຸກລູກເຮືອ ແລະ ຜູ້ໂດຍສານລວມ 6 ຄົນ ຊຶ່ງໃນນັ້ນແມ່ນລວມມີ ທ່ານ ນໍເຣຍ ກັສນອນ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳການປູກຝັງ ແລະ ສິນຄ້າບໍລິໂພກ, ທ່ານ ວັນ ໂມຮຳໝັດ ໄຄຣິນ ອານົວ ວັນ ອາໝັດ ສະມາຊິກລັດຖະສະພາ ລວມຢູ່ໃນເຮລິຄັອບເຕີ້ລຳດັ່ງກ່າວ ໄດ້ສູນຫາຍ ແລະ ຂາດການຕິດຕໍ່ຈາກຫໍການບິນ ໃນເວລາ 17:00 ຕາມເວລາໃນທ້ອງຖິ່ນ ໃນລັດຊາຣາວັກ ເທິງເກາະບໍນຽວ ປະເທດມາເລເຊຍ ເມື່ອວັນພະຫັດທີ 5 ພຶດສະພາ 2016 ຜ່ານມານີ້ ໂດຍປັດຈຸບັນ ເຈົ້າໜ້າທີ່ໄດ້ດຳເນີນການຄົ້ນຫາ ແລະ ກູ້ໄພແລ້ວ.

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!