spot_img
Homeຂ່າວຕ່າງປະເທດເຮລິຄັອບເຕີຂອງກອງທັບທະຫານມຽນມາຍິງໃສ່ໂຮງຮຽນ ມີຄົນເສຍຊີວິດ 13 ຄົນ

ເຮລິຄັອບເຕີຂອງກອງທັບທະຫານມຽນມາຍິງໃສ່ໂຮງຮຽນ ມີຄົນເສຍຊີວິດ 13 ຄົນ

Published on

ເຮືອບິນເຮລິຄັອບເຕີຂອງກອງທັບທະຫານມຽນມາ ຍິງໃສ່ໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 13 ຄົນ.

ວັນທີ 20 ກັນຍາ 2022 ສຳນັກຂ່າວ ຣອຍເຕີ ລາຍງານວ່າ: ເຮືອບິນເຮລິຄັອບເຕີ ກອງທັບມຽນມາ ຍິງໃສ່ໂຮງຮຽນໃນບ້ານເລເຍະໂກນ (Let Yet Kone) ຂອງປະເທດມຽນມາ ໃນວັນສຸກ ທີ 16 ກັນຍາ ເຮັດໃຫ້ມີຄົນເສຍຊີວິດດຢ່າງໜ້ອຍ 13 ຄົນ ໃນນັ້ນເດັກນ້ອຍເສຍຊີວິດແລ້ວ 7 ຄົນ ແລະ ບາດເຈັບອີກ 17 ຄົນ ຕາມການລາຍງານຂອງສື່ທ້ອງຖິ່ນ ແລະ ການເປີດເຜີຍຂໍ້ມູນຂອງຜູ້ຢູ່ອາໄສ ຂະນະທີ່ກອງທັບມຽນມາໄດ້ຍິງຢ່າງຕໍ່ເນື່ອງຈາກກຸ່ມຕໍ່ຕ້ານລັດຖະບານໃຊ້ໂຮງຮຽນເປັນສະຖານທີ່ໂຈມຕີກອງກຳລັງມຽນມາ.

ເວັບໄຊຂ່າວທ້ອງຖິ່ນ Mizzima ແລະ Irrawaddy ລາຍງານວ່າ ເຮືອບິນເຮລິຄັອບເຕີກອງທັບ ໄດ້ຍິງໃສ່ໂຮງຮຽນຢູ່ບ້ານດັ່ງກ່າວ ເດັກນ້ອຍບາງຄົນຖືກຍິງ ແລະ ເສຍຊີວິດຄາທີ່ ຂະນະທີ່ເດັກນ້ອຍບາງສ່ວນກໍ່ເສຍຊີວິດຫຼັງຈາກທະຫານເຂົ້າໄປໃນບ້ານ.

ກອງທັບມຽນມາລະບຸໃນຖະແຫຼງການວ່າ ກອງທັບເອກະລາດກະຊີນ  (Kachin Independence Army) ເຊິ່ງເປັນກຸ່ມຕໍ່ຕ້ານລັດຖະບານ ແລະ ກອງກຳລັງປ້ອງກັນປະຊາຊົນ (People’s Defence Force) ເຊິ່ງເປັນອົງກອນຂອງກອງໂຈນຕິດອາວຸດທີ່ລັດຖະບານ ກ່າວຫາວ່າເປັນ ຜູ້ກໍ່ການຮ້າຍ ທີ່ລີ້ຢູ່ໃນບ້ານດັ່ງກ່າວ ເພື່ອລຳລຽງອາວຸດ.

ກອງທັບທະຫານມຽນມາລະບຸວ່າ ກອງກຳລັງຄວາມໝັ້ນຄົງຂອງມຽນມາທີ່ມາກັບເຮືອບິນເຮລິຄັອບເຕີ ໄດ້ດຳເນີນການກວດສອບ ແຕ່ວ່າຖືກ ກອງທັບເອກະລາດກະຊີນ ແລະ ກອງກຳລັງປ້ອງກັນປະຊາຊົນ ທີ່ຢູ່ໃນບ້ານໂຈມຕີ ຈຶ່ງເຮັດໃຫ້ກອງກຳລັງຄວາມໝັ້ນຄົງໂຕ້ຕອບ ແລະ ວ່າປະຊາຊົນພາຍໃນບ້ານບາງຄົນຖືກສັງຫານໃນລະຫວ່າງການໂຈມຕີ ສ່ວນຜູ້ໄດ້ຮັບບາດເຈັບໄດ້ສົ່ງໂຮງໝໍແລ້ວ.

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...