Homeຂ່າວພາຍ​ໃນເຫຼືອເຊື່ອ! ເດັກນ້ອຍອາຍຸ 9 ປີ ລັກລົດໃຫຍ່

ເຫຼືອເຊື່ອ! ເດັກນ້ອຍອາຍຸ 9 ປີ ລັກລົດໃຫຍ່

Published on

ເດັກນ້ອຍ ເພດຊາຍ ອາຍຸ 9 ປີ ລັກລົດໃຫຍ່ທີ່ ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ຈັບມາສຶກສາອົບຮົມ.

ເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ: ເວລາປະມານ 19 ໂມງ ຂອງວັນທີ 16 ກຸມພາ 2021, ໄດ້ຮັບແຈ້ງເສຍຫາຍຈາກເຈົ້າຂອງລົດ ວ່າມີຄົນຮ້າຍມາລັກລົດໃຫ່ຍ ຊຸບເປີວັນ, ສີຂາວ ໝາຍເລກທະບຽນ ກລ 9694 ກໍາແພງນະຄອນ ເຊີ່ງເປັນລົດຂອງທ້າວ ບົວຫຶລີ ອາຍຸ 45 ປີ, ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ຈອດຢູ່ເຮືອນ, ໄດ້ຖືກຄົນຮ້າຍລັກຂັບອອກໄປ. ຫຼັງຈາກນັ້ນ ເຈົ້າໜ້າທີ່ຈື່ງໄດ້ກວດກາສະຖານທີ່ເກີດເຫດ ແລະ ໄປຊອກຫາແລ້ວພົບເຫັນລົດຄັນດັ່ງກ່າວຈອດໄວ້ຢູ່ກາງທາງ ລະຫວ່າງບ້ານຜາເມືອງ ຫາ ບ້ານດົງ ຫ່າງຈາກຈຸດລົດເສຍປະມານ 2 ກິໂລແມັດ.

ຕໍ່ມາເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ຈື່ງໄດ້ລົງເກັບກໍາຂໍ້ມູນຈາກຜູ້ເຫັນເຫດການ ວ່າມີເດັກນ້ອຍ ຈໍານວນ 02 ຄົນ ໄດ້ຂັບລົດມາແລ້ວຈອດໄວ້ ຈາກນັ້ນພວກຜູ້ກ່ຽວກໍ່ໄດ້ພາກັນຢ່າງເຂົ້າໄປໃນບ້ານຜາເມືອງ, ເຈົ້າໜ້າທີ່ຈື່ງໄດ້ໄປຕາມຫາ ແລະ ພົບເຫັນເດັກນ້ອຍເປົ້າໝາຍ 02 ຄົນ, ພ້ອມທັງເຂົ້າສອບຖາມ ພວກຜູ້ກ່ຽວທັງ 02 ໄດ້ຮັບສາລະພາບວ່າ: ໄດ້ລັກຂັບລົດໃຫ່ຍຄັນດັ່ງກ່າວ ຢູ່ເຮືອນຂອງຜູ້ຖືກເສຍຫາຍແທ້ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ, ເມື່ອພວກຜູ້ກ່ຽວເຫັນລົດຈອດສຸບກະແຈຄາຢູ່ລົດ ຈື່ງເກີດມີແນວຄິດຢາກລອງຂັບເບີ່ງ, ພໍສະຕາດລົດໄດ້ ພວກກ່ຽວທັງສອງກໍ່ພາກັນຂັບຂີ່ອອກໄປອອກສູ່ທາງໃຫ່ຍ ມີຈຸດປະສົງຈະພາກັນຂັບຂີ່ໄປຫຼີ້ນເມືອງໝອກ ແຂວງຊຽງຂວາງ ພໍຂັບມາໄດ້ໄລຍະໜື່ງຈັກລົດດັບ ພວກຜູ້ກ່ຽວເລີຍລົງຈາກລົດ ແລະ ກັບບ້ານຂອງຕົນ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ເດັກນ້ອຍທັງ 02 ຄົນ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເດັກນ້ອຍຄົນທີ່ລັກຂັບລົດ ມີອາຍຸ 9 ປີ ແລະ ເດັກນ້ອຍໝູ່ທີ່ໄປນໍາ ອາຍຸ 12 ປີ, ປັດຈຸບັນລົດຄັນດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ໄດ້ເຮັດບົດບັນທືກສົ່ງຄືນເຈົ້າຂອງເດີມ ມອບໂດຍ ພັນໂທ ສັງທອງ ຈິນດາວົງ ຫົວໜ້າຫ້ອງການ ປກສ ກຸ່ມ 3 ຜາເມືອງ ແລະ ຮັບໂດຍ ທ້າວ ບົວຫືລີ ເຈົ້າຂອງລົດຄັນດັ່ງກ່າວ ໂດຍມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເປັນສັກຂີພະຍານ. ສ່ວນເດັກນ້ອຍທັງ 2 ຄົນ ທາງເຈົ້າຂອງລົດແມ່ນບໍ່ເອົາເລື່ອງ, ສະນັ້ນ, ເຈົ້າໜ້າທີ່ຈື່ງແຈ້ງເຊີນຜູ້ປົກຄອງເດັກນ້ອຍທັງ 2 ມາເຮັດບົດບັນທືກສືກສາອົບຮົມ ພ້ອມທັງແນະນໍາໃຫ້ຜູ້ປົກຄອງເອົາໃຈໃສ່ຕິດຕາມພືດຕິກໍາຂອງລູກ ແລະ ອົບຮົມສັ່ງສອນລູກໃຫ້ເປັນຄົນດີຂອງສັງຄົມ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...