spot_img
Homeຊີວິດແລະຄວາມຮັກເຫດຜົນທີ່ເຮັດໃຫ້ສາວໆ ມັກຜູ້ຊາຍອາຍຸນ້ອຍກວ່າ

ເຫດຜົນທີ່ເຮັດໃຫ້ສາວໆ ມັກຜູ້ຊາຍອາຍຸນ້ອຍກວ່າ

Published on

  1. ຮູ້ສຶກຜ່ອນຄາຍ ດ້ວຍຮອຍຍິ້ມແຍ້ມອັນໃສຊື່ບໍລິສຸດ: ສາວໆມັກຈະໄດ້ຮັບຄວາມເຄັ່ງຄຽດຈາກສະຖານະການຕ່າງໆໃນຊີວິດປະຈຳວັນ ການຜ່ອນຄາຍພຽງແຕ່ໄດ້ເຫັນຮອຍຍິ້ມຂອງໜຸ່ມນ້ອຍ ຫຼື “ຮອຍຍິ້ມຂອງເດັກນ້ອຍ” ກໍອາດຈະຊ່ວຍຜ່ອນຄາຍຈາກຄວາມເຄັ່ງຄຽດລົງໄດ້ຫຼາຍ
  2. ແຟນໜຸ່ມທີ່ເດັກກວ່າໃຫ້ຄວາມຮູ້ສຶກທີ່ຈິງໃຈ: ບາງທີການພົບພໍ້ຄົນໃນບ່ອນເຮັດວຽກ ສາວໆອາດຈະຮູ້ສຶກການສະແດງອອກໄປຕາມມາລະຍາດ ແຕ່ຜູ້ທີ່ຜ່ານໂລກມາບໍ່ຫຼາຍນັ້ນ ດວງຕາຍັງຄົງມີແວວສົດໃສບໍ່ຂຸ່ນມົວ ເບິ່ງແລ້ວມີພະລັງໃນທາງບວກຫຼາຍກວ່າຜູ້ທີ່ຜ່ານໂລກມາດົນ ແລະຊີວິດເຕັມໄປດ້ວຍກົດລະບຽບທີ່ເປັນຕາເບື່ອໜ່າຍ ຈາກການສຶກສາວິໄຈພົບວ່າ ຜູ້ຍິງບໍ່ມັກການປົກປິດ, ເຊິ່ງໝຸ່ມໆທີ່ມີປະສົບການຈະເຮັດໄດ້ດີກວ່າ ແລະມີບັນຫາຄວາມສຳພັນໃນພາຍຫຼັງ
  3. ນ່າຮັກ: ເພາະໜຸ່ມນ້ອຍຈະນ່າຮັກສົດໃສຕະຫຼອດເວລາ ແລະຈະເຮັດໃຫ້ສາວໆເຮັດປະຕິບັດຕົວເອງຄືວ່າຍັງນ້ອຍກວ່າອາຍຸແທ້ ແລະຈະເຮັດໃຫ້ມັກສະສົມຕຸກກະຕາ, ລ້ຽງໝາລ້ຽງແມວ, ຢືນແອັບແບ໊ວຢູ່ໜ້າແວ່ນຄືກັບເປັນເດັກນ້ອຍ, ແມ່ນຫຍັງທີ່ໜ້າຮັກ ຂຶ້ນຊື່ວ່າຜູ້ຍິງເຖິງຈະເປັນສາວຫ້າວ ຫຼືບ້າກັບວຽກ ກໍຍອມຄົນໜ້າຮັກທັງນັ້ນ
  4. ໄດ້ຮັບຄວາມຮູ້ສຶກວ່າຍັງເປັນສາວຢູ່: ເມື່ອສາວໆຫງຸດຫງິດ ຜິວຈະແຫ້ງ ແຕ່ໃນທາງກົງກັນຂ້າມ ຫາກໄດ້ມີຄວາມຮັກ ກໍຈະຮູ້ສຶກໃຈເຕັ້ນຕຶກຕັກ ຕຶກຕັກ ແລະງາມຂຶ້ນ, ເຊິ່ງຫົວໃຈ ແລະຮ່າງກາຍຂອງຜູ້ຍິງກໍຈະນຳທັງສອງສິ່ງນີ້ ມາດ້ວຍຄວາມສຳພັນທີ່ໃກ້ຊິດກັນ ການຮັກສາຄວາມຮູ້ສຶກທີ່ດີໄວ້ບໍ່ພຽງແຕ່ເປັນເລື່ອງຂອງຈິດໃຈເທົ່ານັ້ນ ແຕ່ຍັງເປັນຜົນດີຂອງການຢຸດການແກ່ກ່ອນໄວໄດ້ອີກ

ທີ່ມາ: yaklai

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...