spot_img
Homeຂ່າວຕ່າງປະເທດເຫດກາດຍິງໃນໂຮງຮຽນປະຖົມ ກໍ່ໃຫ້ເກີດການຊຸກຍູ້ກົດໝາຍປືນໃນສະຫະລັດ

ເຫດກາດຍິງໃນໂຮງຮຽນປະຖົມ ກໍ່ໃຫ້ເກີດການຊຸກຍູ້ກົດໝາຍປືນໃນສະຫະລັດ

Published on

ຜູ້ວ່າການໃນລັດເທັກຊັດລະບຸວ່າ: ຜູ້ກໍ່ເຫດກາດຍິງໂຮງຮຽນປະຖົມ ໄດ້ໂພສຂໍ້ຄວາມຜ່ານເຟສບຸກກ່ອນລົງມືກໍ່ເຫດ ຊື່ງເຫດການດັ່ງກ່າວເປັນກະແສຄວາມສົນໃຈ ກ່ຽວກັບກົດໝາຍຄວບຄຸມອາວຸດປືນໃນສະຫະລັດອີກຄັ້ງ.

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ໃນວັນທີ 25 ເດືອນ ພຶດສະພາ ປີ 2022 ວ່າ: ທ່ານ Greg Abbott ຜູ້ວ່າການລັດເທັກຊັດ ຖະແຫຼງຂ່າວຫຼັງເກີດເຫດກາດຍິງໂຮງຮຽນປະຖົມ ຈົນເຮັດໃຫ້ມີຜູ້ເສຍຊີວິດ 21 ຄົນ ໂດຍເປີດເຜີຍວ່າ: ທ້າວ Salvador Ramos ຜູ້ກໍ່ເຫດອາຍຸ 18 ປີໂພສຂໍ້ຄວາມໃນເັສບຸກວ່າຈະຍິງແມ່ຕູ້ ແລະ ໂພສອີກວ່າຈະໄປຍິງໂຮງຮຽນປະຖົມ ກ່ອນທີ່ຈະໄປກໍ່ເຫດໃນໂຮງຮຽນປະຖົມສຶກສາ Robb Elementary School ໃນອີກປະມານ 15 ນາທີຕໍ່ມາ.

ສື່ໃນສະຫະລັດລາຍງານວ່າ: ຜູ້ກໍ່ເຫດຫາກໍຊື້ປືນໄລເຟິ້ນ 2 ກະບອກ ກັບລູກປືນອີກ 375 ລູກ ເມື່ອບໍ່ເທົ່າໃດມື້ກ່ອນໃນໂອກາດວັນຄົບຮອບອາຍຸ 18 ປີຂອງຕົນເອງ ໂດຍຊື້ຢ່າງຖືກຕ້ອງຕາມກົດໝາຍ ແລະ ໄດ້ໂພສລົງອິນຕາແກຣມອີກດ້ວຍ ຊຶ່ງອາວຸດເຫຼົ່ານັ້ນຖືກນຳມາໃຊ້ກໍ່ເຫດຈົນເຮັດໃຫ້ນັກຮຽນເສຍຊີວິດ 19 ຄົນ ແລະ ອາຈານອີກ 2 ຄົນ.

ທ່ານ ໂຈ ໄບເດັນ ໄດ້ກ່າວຕໍ່ບັນຫາສັງຄົມອາເມລິການີ້ວ່າ: ຂ້ອຍບໍ່ມັກ ແລະ ເບື່ອໜ່າຍກັບສິ່ງທີ່ເກີດຂຶ້ນ ພ້ອມຮຽກຮ້ອງເຖິງການຕໍ່ຕ້ານການລັອບບີ້ລົ້ມກົດໝາຍຄວບຄຸມປືນ, ຂະນະທີ່ຜູ້ຄົນເບິ່ງວ່າ ຄວາມຫຼົ້ມເຫຼວນີ້  ທ່ານ ໂຈ ໄບເດັນ ກໍມີສ່ວນແບກຮັບ ເພາະເຂົາມີບົດບາດສຳຄັນໃນການຄວບຄຸມກົດໝາຍອາວຸດປືນໃນອາດີດຫຼັງຈາກເຫດການກາດຍິງທີ່ ໂຮງຮຽນປະຖົມ ເຊນດີຣຸກ ໃນລັດຄອນເນັກຕິຄັດ ເມື່ອປີ 2012 ຊຶ່ງ ທ່ານ ໂຈ ໄບເດັນ ເປັນຮອງປະທານາທິບໍດີໃນຂະນະນັ້ນ ໄດ້ຖືກມອບໝາຍໃຫ້ດູແລການຊຸກຍູ້ກົດໝາຍ ແຕ່ສຸດທ້າຍບໍ່ຜ່ານສະພາ.

ນອກຈາກນີ້ ສະມາຄົມໄລເຟິ້ນແຫ່ງຊາດສະຫະລັດ ໃນງົບປະມານຫຼາຍຮອດປີ 3 ລ້ານໂດລາເພື່ອລັອບບີ້ສະມາຊິດໃນເລື່ອງນີ້ ແລະ ຫຼາຍຄົນເບິ່ງວ່ານີ້ຄືໜຶ່ງໃນເບື້ອລຫຼັງວ່າເປັນຫຍັງສະຫະລັດ ຈຶ່ງຍັງບໍ່ສາມາດປ່ຽນກົດໝາຍອາວຸດປືນໄດ້ສຳເລັດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...