spot_img
Homeຂ່າວທ້ອງຖິ່ນເສດຖະກິດລາວ 2021​ ຄາດຄະເນຈະຂະຫຍາຍຕົວໃນລະດັບ 4%

ເສດຖະກິດລາວ 2021​ ຄາດຄະເນຈະຂະຫຍາຍຕົວໃນລະດັບ 4%

Published on

ຈາກການເຜີຍແຜ່ປື້ມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 2020​ ແລະ ບາງປະເດັນທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ ທີ່ຈັດພິມໂດຍສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບໂຄງສ້າງເສດຖະກິດ,​ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ)​ ໃນວັນທີ 10​ ກຸມພາ 2021​ ຜ່ານມາ.

ເນື້ອໃນບົດດັ່ງກ່າວປະເມີນວ່າ: ທ່າອ່ຽງເສດຖະກິດລາວ ປີ 2021 ຈາກຄວາມພະຍາຍາມຟື້ນຟູເສດຖະກິດຈາກຜົນກະທົບຂອງພະຍາດໂຄວິດ-19 ຂອງຫຼາຍປະເທດໃນໂລກ ແລະ ຄວາມຫວັງຕໍ່ກັບການຊົມໃຊ້ວັກຊີນປ້ອງກັນໂຄວິດ-19 ໃນປີ 2021 ຈະເຮັດໃຫ້ເສດຖະກິດໂລກ ແລະ ພາກພື້ນ ຄາດວ່າຈະຟື້ນໂຕຄືນ.

​ຕາມການຄາດຄະເນ IMF ເສດຖະກິດໂລກປີ 2021 ຈະຂະຫຍາຍຕົວ 5,5% ແລະ ເສດຖະກິດຂອງປະເທດຄູ່ຄ້າຫຼັກຂອງລາວເຊັ່ນ: ໄທ, ສປ ຈີນ, ສສ ຫວຽດນາມ ຈະຂະຫຍາຍຕົວ 2,7%, 8,1%, 6,7% ຕາມລໍາດັບ, ເຊັ່ນດຽວກັບ ສປປ ລາວ, ປີ 2021 ເສດຖະກິດລາວ ຄາດວ່າຈະຄ່ອຍປັບຕົວດີຂຶ້ນ ແລະ ຄາດວ່າຈະຂະຫຍາຍຕົວທີ່ລະດັບ 4%.

ຕົ້ນຕໍແມ່ນມາຈາກການຟື້ນໂຕຄືນຂອງຂະແໜງການບໍລິການ ໂດຍສະເພາະແມ່ນຂະແໜງທີ່ຕິດພັນກັບການທ່ອງທ່ຽວ ແລະ ບັນດາອຸດສາຫະກຳປຸງແຕ່ງທີ່ຕິດພັນກັບການສົ່ງອອກ ເຊິ່ງຄາດວ່າຈະມີຍອດສັ່ງຊື້ເພີ່ມຂຶ້ນ ພາຍຫຼັງມີການຜ່ອນຜັນມາດຕະການປິດເມືອງທັງຢູ່ທັງພາຍໃນ ແລະ ສາກົນ, ການປັບຕົວເຂົ້າກັບສະພາບແວດລ້ອມວິຖີໃໝ່ (New Normal) ທີ່ຕ້ອງໄດ້ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຫັນມາບໍລິໂພກ-ອຸປະໂພກ ສິນຄ້າ ແລະ ບໍລິການພາຍໃນປະເທດຫຼາຍຂຶ້ນ ໄດ້ສ້າງກາລະໂອກາດ ໃນການສ້າງໜໍ່ແໜງການຜະລິດອັນໃໝ່ ແລະ ຊຸກຍູ້ໃຫ້ການຜະລິດ-ບໍລິການທີ່ມີຢູ່ແລ້ວໃຫ້ປັບປຸງດີຂຶ້ນກວ່າເກົ່າ ເຊິ່ງແນວໂນ້ມດັ່ງກ່າວຈະເປັນປັດໄຈສໍາຄັນຊ່ວຍຊຸກຍູ້ການຜະລິດໃນຂະແໜງກະສິກຳ ໂດຍສະເພາະແມ່ນການລ້ຽງສັດ, ທ່າອ່ຽງທີ່ເພີ່ມຂຶ້ນຂອງຄວາມຕ້ອງການແຮງງານ ໃນຫຼາຍຂະແໜງການ ຍັງຈະຊ່ວຍສ້າງໂອກາດໃຫ້ແຮງງານທີ່ກໍາລັງວ່າງງານມີວຽກເຮັດງານທຳ ແລະ ສາມາດສ້າງລາຍຮັບໄດ້. ພ້ອມດຽວກັນນັ້ນ, ຄວາມຕ້ອງການຂອງສາກົນຕໍ່ກັບສິນຄ້າກະສິກຳຂອງລາວ ໂດຍສະເພາະແມ່ນສິນຄ້າຂະແໜງການປູກຝັງ ຄາດວ່າຈະເພີ່ມຂຶ້ນໃນປີ 2021.

ທ່າອ່ຽງທີ່ເພີ່ມຂຶ້ນຂອງລາຄາແຮ່ທາດໃນຕະຫຼາດໂລກ ຄາດວ່າຈະເປັນສິ່ງຊຸກຍູ້ໃຫ້ຂະແໜງບໍ່ແຮ່ໃນລາວເພີ່ມກຳລັງການຂຸດຄົ້ນ-ຜະລິດຂຶ້ນໃນປີ 2020 ໂດຍສະເພາະແມ່ນແຮ່ຄໍາ ແລະ ທອງ. ການປັບໂຕດີຂຶ້ນຂອງບັນດາຂະແໜງທີ່ໄດ້ກ່າວມາຍັງຄາດວ່າຈະຊ່ວຍຊຸກຍູ້ການສົ່ງອອກສິນຄ້າ-ບໍລິການຂອງລາວໃນປີ 2021.ນອກຈາກນັ້ນ, ນະໂຍບາຍການປ່ອຍກູ້ໃຫ້ແກ່ພາກທຸລະກິດເອກະຊົນຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີອັດຕາດອກເບ້ຍຕໍ່າ ຈະເປັນປັດໄຈໜຶ່ງຊຸກຍູ້ໃຫ້ແກ່ການລົງທຶນພາຍໃນເພີ່ມຂຶ້ນ. ໃນປີ 2020 ລັດຖະບານໄດ້ສະໜອງເງິນບ້ວງຈໍານວນ 200 ຕື້ກີບ (ປະມານ 22 ລ້ານໂດລາ) ໃຫ້ແກ່ກອງທຶນສົ່ງເສີມ SMEs ເຊິ່ງບ້ວງດັ່ງກ່າວຄາດວ່າຍັງສືບຕໍ່ປ່ອຍກູ້ໃນປີ 2021.

ນອກນັ້ນ, ຍັງມີບ້ວງເງິນກູ້ຈຳນວນ 100 ລ້ານໂດລາ ຈາກທະນາຄານພັດທະນາແຫ່ງຊາດຈີນ ແລະ 40 ລ້ານໂດລາ ຈາກທະນາຄານໂລກເພື່ອສະໜັບສະໜູນ SMEs ໃຫ້ສາມາດຟື້ນຕົວພາຍຫຼັງໂຄວິດ-19 ເຊິ່ງຄາດວ່າໃນປີ 2021 ພາຍຫຼັງທີ່ບາງເງື່ອນໄຂທີ່ສຳຄັນໃນການເຂົ້າເຖິງແຫຼ່ງທຶນດັ່ງກ່າວໄດ້ຮັບການຜ່ອນຜັນ12 ເງິນທຶນສ່ວນໃຫຍ່ຄາດວ່າຈະຖືກປ່ອຍເຂົ້າໃນລະບົບເສດຖະກິດ ແລະ ຊ່ວຍສະໜັບສະ ໜູນການຂະຫຍາຍຕົວຂອງການຜະລິດ-ບໍລິການຂອງຂະແໜງການ SMEs ໃນລາວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...