ໃນໄລະລະດູຝົນເປັນໄລຍະທີ່ມີຍຸງຫລາຍແລະມັກເປັນໄລຍະທີ່ມີການລະບາດຂອງໂລກໄຂ້ເລືອດ ການໃຊ້ຜະລິດຕະພັນໄລ່ຍຸງຈຶ່ງເປັນທາງເລືອກໃນການປ້ອງກັນຕົນເອງບໍ່ໃຫ້ຖືກຍຸງກັດ
ຜະລິດຕະພັນໄລ່ຍຸງທີ່ນິຍົມໃຊ້ກັນມີທັງແບບໃຊ້ສານເຄມີແລະທຳມະຊາດຜູ້ໃຊ້ຄວນອ່ານສະຫລາກແລະປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດ
– ຄວນເກັບຜະລິດຕະພັນໃນທີ່ມິດຊິດ ຫ່າງຈາກເດັກ,ອາຫານ
– ຄວນປິດຝາໃຫ້ດີ
– ຢ່າໃຫ້ຖືກແສງແດດ,ເປວໄຟ,ຄວາມຮ້ອນ
– ຫ້າມໃຊ້ໃນເດັກອາຍຸຕ່ຳກວ່າ 4 ປີ (ຕ່ຳກວ່ານີ້ຕ້ອງເບິ່ງຊະນິດຂອງຜະລິດຕະພັນທີ່ລະບຸ)
– ຜະລິດຕະພັນໄລ່ຍຸງຊະນິດແປ້ງ,ໂລຊັ່ນ,ບໍ່ຄວນໃຊ້ແທນແປ້ງທົ່ວໄປ ຄວນໃຊ້ສະເພາະເມື່ອຈຳເປັນ
– ກ່ອນໃຊ້ຄວນທົດສອບການແພ້
– ລ້າງມືທຸກເທື່ອຫລັງໃຊ້ຜະລິດພັນ