spot_img
Homeນານາສາລະເລືອກດື່ມນົມໃຫ້ເໝາະກັບຊ່ວງອາຍຸ

ເລືອກດື່ມນົມໃຫ້ເໝາະກັບຊ່ວງອາຍຸ

Published on

ປັດຈຸບັນ ນົມພ້ອມດື່ມທີ່ວາງຂາຍຕາມທ້ອງຕະຫຼາດມີຫຼາຍແບບຫຼາຍຊະນິດໃຫ້ເລືອກ ແຕ່ຮູ້ ຫຼື ບໍ່ວ່າຄວນຈະເລືອກດື່ມນົມແບບຈຶ່ງຈະໄດ້ປະໂຫຍດ ແລະ ເໝາະສົມກັບຊ່ວງອາຍຸຂອງແຕ່ລະຄົນ.

ນົມຖືເປັນແຫຼ່ງລວມຂອງສານອາຫານຈາກທຳມະຊາດທີ່ມີຄຸນຄ່າທາງໂພຊະນາການສູງ ສຳລັບເດັກທີ່ຢູ່ໃນໄວຈະເລີນເຕີບໂຕ ແລະ ໄວໜຸ່ມສາວປະລິມານທີ່ຄວນດື່ມກໍຄື 2-3 ຈອກຕໍ່ວັນ ສ່ວນຜູ້ໃຫຍ່ແມ່ນ 1-2 ຈອກ.

ນົມສົດ 100% (whole milk) ຄືນົມທີ່ໄດ້ຈາກແມ່ງົວ ແລະ ຈຳໜ່າຍໂດຍກົງໃຫ້ຜູ້ບໍລິໂພກ ໂດຍຈະຜ່ານວິທີການພາສເຈີໄຣ ຫຼື ອຸ່ນທຳລາຍເຊື້ອພະຍາດກ່ອນ ຊຶ່ງນົມຊະນິດນີ້ຈະມີໄຂມັນຢູ່ໃນລະດັບ 3,8% ຈຶ່ງເຮັດໃຫ້ລົດຊາດເຂັ້ມຂຸ້ນ ແລະ ຫອມມັນ ທັງເປັນແຫຼ່ງຂອງສານອາຫານສົມບູນ ເໝາະກັບເດັກທີ່ຢູ່ໃນຊ່ວງຈະເລີນເຕີບໂຕ ເນື່ອງຈາກມີປະລິມານແຄລຊຽມເຖິງ 200-300 ມິລິກຣາມຕໍ່ຈອກ.

ສຳລັບນົມໄຂມັນຕ່ຳ (Low Fat) ເປັນນົມທີ່ສະກັດໄຂມັນອອກໄປບາງສ່ວນເຮັດໃຫ້ມີພະລັງງານຕ່ຳລົງ ແລະ ມີປະລິມານໄຂມັນພຽງເລັກນ້ອຍ ແຕ່ຂໍ້ເສຍກໍຄື ໄຂມັນທີ່ໜ້ອຍລົງກໍຈະໄປຫຼຸດການໄດ້ຮັບວິຕາມິນທີ່ລະລາຍໃນໄຂມັນຊຶ່ງປະກອບມີ ວິຕາມິນ A D E ແລະ K ຢ່າງໃດກໍຕາມ ນົມຊະນິດນີ້ຍັງມີໂປຣຕີນ ແລະ ແຄລຊຽມໃນປະລິມານທີ່ໃກ້ຄຽງກັບນົມສົດ ຊຶ່ງເໝາະສຳລັບຜູ້ທີ່ມີອາຍຸ 25 ປີຂຶ້ນໄປ ແລະ ຜູ້ທີ່ຕ້ອງການຫຼຸດນ້ຳໜັກ ຫຼື ຜູ້ທີ່ມີໄຂມັນໃນເລືອດສູງ ລວມເຖິງຄົນທີ່ຮັບປະທານໄຂມັນບໍ່ໄດ້ແຕ່ຕ້ອງການເສີມໂປຣຕີນ ແລະ ແຄລຊຽມ ແຕ່ບໍ່ເໝາະສົມລັບເດັກອາຍຸຕ່ຳກວ່າ 2 ປີ.

ສຳລັບນົມຊະນິດ Fat Free ຫຼື Skim milk ເປັນນົມທີ່ແຍກໄຂມັນອອກເຫຼືອສະເພາະໂປຣຕີນ ແລະ ຄາໂບໄຮເດຣດ ມີໄຂມັນຕ່ຳກວ່າ 0,15% ມີແຄລຊຽມ ແລະ ໂປຣຕີນສູງ ສ່ວນວິຕາມິນ ແລະ ແຮ່ທາດຕ່າງໆກໍຍັງມີຢູ່ໃນປະລິມານທີ່ແຕກຕ່າງກັບນົມສົດ 100% ນົມຊະນິດນີ້ເໝາະສຳລັບຄົນທີ່ຕ້ອງການຫຼີກເວັ້ນໄຂມັນ ຄົນທີ່ຄວບຄຸມນ້ຳໜັກ ແລະ ຄົນທີ່ມີລະດັບໄຂມັນໃນເລືອດສູງ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: freepik

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...