spot_img
Homeຂ່າວພາຍ​ໃນເລັ່ງສ້າງນະໂຍບາຍເພື່ອຄຸ້ມຄອງ-ບໍລິຫານທີ່ດິນ

ເລັ່ງສ້າງນະໂຍບາຍເພື່ອຄຸ້ມຄອງ-ບໍລິຫານທີ່ດິນ

Published on

20130213103043

 

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບຮ່າງນະໂຍບາຍທີ່ດິນແຫ່ງຊາດ ໄດ້ຈັດຂຶ້ນທີ່ໂຮງແຮມລ້ານຊ້າງ ໃນວັນທີ 13-14 ກຸມ
ພາ 2013 ໂດຍການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສິ່ງແວດລ້ອມ
ແຫ່ງຊາດ ທ່ານ ໜູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ຄະນະຊີ້ນຳແຜນແມ່ບົດ
ຈັດສັນການນຳໃຊ້ທີ່ດິນ ແລະ ນະໂຍບາຍທີ່ດິນແຫ່ງຊາດ ລະດັບຊາດ ທ່ານ ດຣ. ນາງ ສຸວັນເພັງ ບຸບຜານຸວົງ ປະທານຄະນະ
ກຳມາທິການເສດຖະກິດ ແຜນການ ແລະ ການເງິນສະພາແຫ່ງຊາດ ຊຶ່ງມີບັນດາລັດຖະມົນຕີຊ່ວຍວ່າການ ແລະ ຫົວໜ້າກົມ ພະ
ນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາຊາງ ລາວລີ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນທີ່ໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຄົ້ນຄວ້າ
ສ້າງຮ່າງທີ່ດິນແຫ່ງຊາດ ແລະ ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງນະໂຍບາຍດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ສົມບູນ ແລະ ຈະ
ແຈ້ງ ເພື່ອຮັບປະກັນການກຳນົດທິດທາງໃນການປັບປຸງກົນໄກກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວພັນກັບວຽກງານຄຸ້ມຄອງ ແລະ
ບໍລິຫານທີ່ດິນ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ບໍ່ໃຫ້ມີຊ່ອງຫວ່າງເຮັດໃຫ້ການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ເກີດຜົນປະໂຫຍດ
ສູງສຸດ ຮັບປະກັນການປົກປ້ອງສິດ ການຄອບຄອງນຳໃຊ້ທີ່ດິນຂອງພົນລະເມືອງລາວ ໃນການນຳໃຊ້ທີ່ດິນຢ່າງສະເໝີພາບ ແລະ
ຍຸຕິທຳ ແກ້ໄຂ ແລະ ຈຳກັດບໍ່ໃຫ້ບຸກຄົນ ນິຕິບຸກຄົນ ຄອບຄອງທີ່ດິນເກີນອັດຕາທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ສົ່ງເສີມການ
ພັດທະນາທີ່ດິນ ແລະ ຫັນທີ່ດິນເປັນທຶນໃຫ້ມີປະສິດທິຜົນ ຍືນຍົງ ບໍ່ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ ແລະ ສິ່ງແວດລ້ອມ ເພີ່ມ
ທະວີການປະສານສົມທົບ ແລະ ການຮ່ວມມືລະຫວ່າງຂະແໜງການຂອງລັດໃຫ້ກົມກຽວ ໃນການຄຸ້ມຄອງນຳໃຊ້ທີ່ດິນແຕ່ລະປະ
ເພດ.
ທ່ານ ໜູລິນ ສິນບັນດິດ ກ່າວວ່າ: ທີ່ດິນເປັນຊັບພະຍາກອນທຳມະຊາດອັນລ້ຳຄ່າ ທີ່ມີລັກສະນະຕັດສິນການຄົງຕົວຂອງທຳມະ
ຊາດ ເປັນບ່ອນດຳລົງຊີວິດ ແລະ ທຳມາຫາກິນຂອງພົນລະເມືອງ ເປັນປັດໄຈສຳຄັນແຫ່ງການຜະລິດ ເປັນເງື່ອນໄຂແຫ່ງການພັດ
ທະນາເສດຖະກິດ-ສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອຳນາດອະທິປະໄຕຂອງຊາດ ຖ້າເຮົາວາງນະໂຍ
ບາຍຄຸ້ມຄອງ-ບໍລິຫານທີ່ດິນໄດ້ດີ ລະອຽດ ຈະແຈ້ງ ແລະ ຄົບຖ້ວນ ຈະເຮັດໃຫ້ການນຳໃຊ້ທີ່ດິນເກີດຜົນປະໂຫຍດສູງສຸດຕໍ່ປະ
ເທດຊາດ ແລະ ປະຊາຊົນ ກົງກັນຂ້າມ ຖ້າວາງນະໂຍບາຍບໍ່ແທດເໝາະກັບສະພາບການ ແລະ ເງື່ອນໄຂຕົວຈິງ ຈະພາໃຫ້ເກີດ
ຄວາມສັບສົນໃນການຄຸ້ມຄອງມີບັນຫາ ແລະ ຂໍ້ຄັດແຍ່ງຫຼາຍຂຶ້ນ.
ທີ່ມາ:www.vientianemai.net

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...