spot_img
Homeຂ່າວພາຍ​ໃນເລຂາທິການໃຫຍ່ ເນັ້ນສັບຊ້ອນກົງຈັກການຈັດຕັ້ງ ໃຫ້ກະທັດຮັດເຂັ້ມແຂງ ຫລີກເວັ້ນຈຸ້ມເຈື້ອ-ພັກພວກ!

ເລຂາທິການໃຫຍ່ ເນັ້ນສັບຊ້ອນກົງຈັກການຈັດຕັ້ງ ໃຫ້ກະທັດຮັດເຂັ້ມແຂງ ຫລີກເວັ້ນຈຸ້ມເຈື້ອ-ພັກພວກ!

Published on

ຂປລ. ​ໃນໂອກາດ​​ເຂົ້າຮ່ວມແລະ ພົບປະ​​ໂອ້ລົມ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ​ ຄັ້ງທີ 10 ​​ວັນທີ 24 ສິງຫາ ນີ້ ທີ່ສະໂມສອນ​ ຫ້ອງວ່າການສູນກາງພັກ (ຫລັກ 6) ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວໄດ້​​​ໃຫ້​ທິດ​ຊີ້​ນໍາ ​ແລະ ​ເນັ້ນ​​ບັນດາສະຫາຍ ຜູ້ທີ່ເຮັດວຽກງານຈັດຕັ້ງ ໃຫ້​​ເອົາໃຈໃສ່ປັບປຸງ ສັບຊ້ອນກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດລັດ, ​ເຂັ້ມແຂງ, ມີປະສິດທິພາບ, ​ເພີ່ມທະວີຄວາມເຂັ້ມແຂງ​ ຂອງລະບົບການເມືອງ, ສ້າງເງື່ອນໄຂແລະ ຄວາມເຊື່ອໝັ້ນ ເພື່ອດຶງດູດນັກລົງທຶນ, ຍາດແຍ່ງການສະໜັບສະໜູນຊ່ວຍເຫລືອ​ ຈາກພາຍໃນແລະ ຕ່າງປະເທດ. ພ້ອມນີ້,ຕ້ອງເພີ່ມທະວີການນໍາພາ​ ດ້ານການເມືອງແນວຄິດ, ສ້າງຄວາມເຂົ້າໃຈເປັນເອກະພາບເລິກເຊິ່ງ​ ໃນຖັນແຖວພະນັກງານ, ສະມາຊິກພັກ, ບັນດາການນໍາແຕ່ລະຂັ້ນ​ ຕ້ອງເປັນແບບຢ່າງນໍາໜ້າເຮັດແທ້ທໍາຈິງ, ປະຕິບັດຢ່າງຖືກຕ້ອງພາວະວິ​​​ໄສ, ຫລີກເວັ້ນລັກສະນະຈຸ້ມເຈື້ອ, ພັກພວກ, ຕ້ອງມີຄວາມຊື່ສັດ, ​ເປັນທໍາ, ບໍ່ອັກຄະຕິເພື່ອປະຕິບັດວຽກງານ​ ດ້ວຍຄວາມຖືກຕ້ອງ,ທ່ຽງທໍາແລະໂປ່ງໃສ.

ສະຫາຍ ບຸນຍັງ ວໍລະຈິດ ກ່າວຕື່ມວ່າ: ການປັບປຸງກົງຈັກການຈັດຕັ້ງ​ ​ແລະ ກົນໄກການບໍລິຫານຄຸ້ມຄອງ ແມ່ນໜຶ່ງໃນເນື້ອໃນແລະ ອົງປະກອບຂອງສີ່ບຸກທະລຸ ທີ່ບໍ່ສາມາດປະຕິເສດໄດ້ວ່າ ຄວາມອ່ອນ​​ແອ, ຄວາມຫຍຸ້ງເຫຍີງ ຂອງລະບົບກົງຈັກການຈັດຕັ້ງແລະ ກົນໄກຄຸ້ມຄອງບໍລິຫານ ໄດ້ກາຍເປັນໜຶ່ງໃນຕົວບັນທອນຕົ້ນຕໍ​ ຕໍ່ການສ້າງຄວາມເຂັ້ມແຂງ ໃນການພັດທະນາເສດຖະກິດສັງຄົມ, ທັງເປັນຊ່ອງຫວ່າງອັນກ້ວາງຂວາງ ໃຫ້ແກ່ການເກີດປະກົດການຫຍໍ້ທໍ້ ໃນທົ່ວລະບົບການເມືອງ. ສະນັ້ນ, ເຮົາຕ້ອງຮີບຮ້ອນແກ້ໄຂຢ່າງຈິງຈັງໂດຍຮັບປະກັນ 5 ດ້ານ ເປັນຕົ້ົ້ນ ກົງຈັກບໍ່ໃຫ້ໃຫຍ່ໂຕ, ຕໍາແໜ່ງງານເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊໍ້າຊ້ອນກ້າວກ່າຍກັນ, ສ້າງລະບົບກົນໄກແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ, ສາມາດຄັບເຄື່ອນສອດຄ່ອງຕາມແນວທາງ, ​ແຜນນະໂຍບາຍແລະ ລະບຽບກົດໝາຍ, ​ໂປງໃສກວດສອບໄດ້ແລະ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ບໍ່ອາດຍາສິດພ້ອມກັນນັ້ນຕ້ອງຄົ້ນຄວ້າຢ່າງຮອບຄອບແລະ ກໍານົດບັນດາມາດຕະການ ສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມ ໂດຍແກ້ໄຂບາງບັນຫາຕົ້ນຕໍ ເຊັ່ນ: ຫລຸດຕໍາແໜ່ງງານແລະ ຈໍານວນຄົນໃນຂົງບໍລິຫານ ຕິດພັນກັບການສ້າງລະບົບທີ່ເໝາະສົມ ເພື່ອຫັນເປັນທັນສະໄໝໂດຍໄວ, ຫັນພະນັກງານຈາກຂົງເຂດບໍລິຫານ ໄປເພີ່ມເຂົ້າໃນຂົງເຂດຄົ້ນຄ້ວາວິໄຈ ຫລື ຫັນໄປສູ່ຂົງເຂດການຜະລິດທຸລະກິດແລະ ຫັນພະນັກງານສູ່ຮາກຖານຢ່າງຈິງຈັງເພື່ອເປັນພະນັກງານນໍາພາ ຫລື ກາຍເປັນນັກພັດທະນາກອນຢູ່ຮາກຖານແລະ ມີນະໂຍບາຍຮອງຮັບທີ່ເໝາະສົມ. ພ້ອມກັນນັ້ນກໍຄວນດໍາເນີນການທົດລອງ ເພື່ອເປັນລະບອບສອບບັນຈຸ​ ພະນັກງານນໍາພາຄຸ້ມຄອງ ໃນຂົງເຂດບໍລິຫານແລະວິຊາການທີ່ຈໍາເປັນເພື່ອກະຕຸ້ນການແຂ່ງຂັນພັດທະນາຕົນເອງແລະເລືອກໄດ້ພະນັກງານທີ່ມີຄຸນນະພາຢ່າງແທ້ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...