Homeຂ່າວພາຍ​ໃນເລຂາທິການໃຫຍ່ປະດັບຫຼຽນຄຳແຫ່ງຊາດໃຫ້ຫ້ອງວ່າການສູນກາງພັກ

ເລຂາທິການໃຫຍ່ປະດັບຫຼຽນຄຳແຫ່ງຊາດໃຫ້ຫ້ອງວ່າການສູນກາງພັກ

Published on

ໃນວັນທີ 19 ສິງຫາ ນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງ ສ.ປ.ປ ລາວ ໃຫ້ແກ່ຫ້ອງວ່າການສູນກາງພັກ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະຄຸນງາມຄວາມດີ ໃນການອຸທິດປະກອບສ່ວນອັນໃຫຍ່ຫລວງ ຂອງພະນັກງານທຸກຮຸ່ນຂອງຫ້ອງວ່າການສູນກາງພັກ ໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ ທີ່ເຕັມໄປດ້ວຍໄຊຊະນະ ຕະຫລອດໄລຍະ 61 ປີຜ່ານມາ.
ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ ກ່າວວ່າ: ດ້ວຍຜົນງານ ແລະ ມູນເຊື້ອຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຮັບໃຊ້ສູນກາງພັກ ຕະຫລອດໄລຍະ 60 ປີຜ່ານມາ ແລະເນື່ອງໃນໂອກາດ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 60 ປີ (24/03/1955-24/ 03/02015), ປະທານປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບຫລຽນຄຳແຫ່ງຊາດ ໃຫ້ຫ້ອງວ່າການສູນກາງພັກຢ່າງສົມກຽດ. ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໄຍ ແລະຄວາມເຊື່ອໝັ້ນ, ທັງເປັນການຈາລຶກ ແລະຕີລາຄາສູງຂອງພັກ, ລັດຖະບານ ແລະປະຊາຊົນລາວບັນດາເຜົ່າ ຕໍ່ຜູ້ທີ່ເຮັດວຽກງານຫ້ອງວ່າການສູນກາງພັກ ລວມທັງຄະນະພັກ ແລະ ອົງການປົກຄອງຕ່າງໆອີກດ້ວຍ.
ໃນໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ຍົກໃຫ້ເຫັນຜົນງານ, ການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງຫ້ອງວ່າການສູນກາງພັກ ໃນການປະຕິບັດພາລະບົດບາດ ເປັນເສນາທິການທີ່ດີ ນັບແຕ່ຮຸ່ນບຸກເບີກ ຈົນຮອດຖັນແຖວທີ່ກຳລັງເຄື່ອນໄຫວເຮັດໜ້າທີ່ໃນປັດຈຸບັນ. ໃນໄລຍະຂອງການປະ ຕິວັດຊາດປະຊາທິປະໄຕ ນຳພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະການປະຕິບັດສອງໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຫ້ອງວ່າການສູນກາງພັກ ຍາມໃດກໍສະໜິດຕິດພັນໂດຍກົງ ເພື່ອຮັບໃຊ້ສູນກາງພັກ ຢ່າງມີປະສິດທິຜົນຕະຫລອດມາ.

ປັດຈຸບັນ ຫ້ອງວ່າການສູນກາງພັກ ໄດ້ຕັ້ງໜ້າປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ເປັນເສນາທິການຮັບໃຊ້ສູນກາງພັກ ໃຫ້ນັບມື້ມີຄຸນນະພາບຍິ່ງຂຶ້ນ ໂດຍສະເພາະ ການປະຕິບັດໂຄງການດຳເນີນງານ ແລະລະບອບນຳພາແບບແຜນເຮັດວຽກຂອງອົງການນຳສູນກາງ ທີ່ນັບມື້ມີຍຸດທະສາດ ແລະ ແທດເໝາະຕົວຈິງກວ່າເກົ່າ

ທີ່ມາ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...