spot_img
Homeຂ່າວຕ່າງປະເທດເຢຍລະມັນຈະເປີດບໍລິການແທັກຊີບິນໄດ້ໃນອີກ 6 ປີຂ້າງໜ້າ

ເຢຍລະມັນຈະເປີດບໍລິການແທັກຊີບິນໄດ້ໃນອີກ 6 ປີຂ້າງໜ້າ

Published on

ບໍລິສັດດ້ານການບິນຜູ້ຜະລິດລົດໃຫຍ່ ແລະ ສະຕາຣດອັບຫຼາຍແຫ່ງໄດ້ຫັນປ່ຽນກົນລະຍຸດດ້ານການຕະຫຼາດ ດ້ວຍການໃຫ້ຄວາມສຳຄັນກັບການຄິດຄົ້ນ ແລະ ພັດທະນາພາຫະນະແຫ່ງອະນາຄົດທີ່ຈະໃຊ້ພະລັງງານສະອາດ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ທີ່ສຳຄັນກໍຄື ຊ່ວຍໃຫ້ມະນຸດເດີນທາງໄດ້ຢ່າງສະດວກສະບາຍ.

ໂດຍ Lilium ສະຕາຣດອັບໃນນະຄອນມິວນິກຂອງເຢຍລະມັນກໍເປັນອີກໜຶ່ງບໍລິສັດເຕັກໂນໂລຊີທີ່ຖືກກ່າວເຖິງຫຼາຍທີ່ໃນເອີຣົບຈາກການປະກາດກຽມພ້ອມໃຫ້ບໍລິການແທັກຊີບິນໄດ້ໃນເມືອງຕ່າງໆທົ່ວໂລກພາຍໃນປີ 2015 ຫຼື ອີກປະມານ 6 ປີຂ້າງໜ້າ ດ້ວຍລາຄາທີ່ໃກ້ຄຽງກັບການນັ່ງລົດແທັກຊີຕາມທ້ອງຖະໜົນທົ່ວໄປ ແຕ່ແທັກຊີບິນໄດ້ຈະຊ່ວຍປະຢັດເວລາໄດ້ຫຼາຍກວ່າ ໂດຍຈະເນັ້ນໃຫ້ທຸກກຸ່ມຄົນສາມາດເຂົ້າເຖິງໄດ້.

Lilium ທີ່ຫາກໍເປີດໂຕແທັກຊີບິນໄຟຟ້າຂະໜາດ 5 ບ່ອນນັ່ງ ຊຶ່ງເປັນເຄື່ອງຕົ້ນແບບ ຫຼື ທີ່ເອີ້ນວ່າ Lilium Jet ເມື່ອບໍ່ດົນມານີ້ ຫຼັງຈາກທີ່ທົດລອງໃຊ້ງານຄັ້ງທຳອິດເມື່ອເດືອນພຶດສະພາຜ່ານມາ ທັງນີ້ ແທັກຊີບິນໄດ້ແມ່ນມີຮູບຊົງຄືກັບໜ່ວນໄຂ່ ໃຊ້ພະລັງງານຈາກແບັດເຕີຣີເປັນໂຕຂັບເຄື່ອນ ສາມາດບິນໄດ້ 300 ກີໂລແມັດຕໍ່ຊົ່ວໂມງຕໍ່ການສາກ 1 ຄັ້ງ ພ້ອມນີ້ ຜູ້ໂດຍສານສາມາດຈອງເຄື່ອງຈາກສະຖານີລົງຈອດທີ່ໃກ້ທີ່ສຸດຜ່ານແອັບພລີເຄເຊິນໃນສະມາດໂຟນໂດຍບໍ່ຕ້ອງວິຕົກກັງວົນເລື່ອງລົດຕິດອີກຕໍ່ໄປ.

ຂະນະທີ່ ມໍຣແກນ ສະແຕນລີ ບໍລິສັດດ້ານການເງິນການລົງທຶນກໍໄດ້ປະເມີນວ່າ ຕະຫຼາດຂອງລົດແທັກຊີບິນໄດ້ອາດມີມູນຄ່າສູງເຖິງ 1,5 ລ້ານລ້ານໂດລາພາຍໃນປີ 2040 ຫຼື ອີກປະມານ 21 ປີຂ້າງໜ້າ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຂໍ້ມູນ ແລະ ຮູບພາບ: posttoday/Lilium

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...