spot_img
Homeຂ່າວພາຍ​ໃນເມື່ອສັກວັກຊີນຄົບແລ້ວ ແຕ່ເກີດຕິດເຊື້ອໂຄວິດ-19 ກໍຕ້ອງໄດ້ເຂົ້າຮັບການປິ່ນປົວຕາມລະບົບ

ເມື່ອສັກວັກຊີນຄົບແລ້ວ ແຕ່ເກີດຕິດເຊື້ອໂຄວິດ-19 ກໍຕ້ອງໄດ້ເຂົ້າຮັບການປິ່ນປົວຕາມລະບົບ

Published on

ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດໃນວັນທີ 13 ຕຸລາ 2021 ນີ້ ທ່ານ ດຣ. ດຣ. ບົວຜັນ ຄຳພາພົງຜ່ານ ໄດ້ດ່າວໃນຖະແຫຼງການດັ່ງນີ້: 

ການສັກວັກຊີນຄົບຕາມຈໍານວນທີ່ແນະນໍາ ສາມາດຊ່ວຍປ້ອງກັນການຕິດເຊື້ອໃນບາງຄົນ ແລະ ຖ້າຕິດເຊື້ອກໍ່ຊ່ວຍບໍ່ໃຫ້ພະຍາດພັດທະນາເປັນຂັ້ນຮຸນແຮງຈົນເສຍຊີວິດ ແຕ່ເຖິງຈະໄດ້ສັກຄົບຕາມຈໍານວນທີ່ແນະນໍາ ທ່ານຍັງສາມາດຕິດເຊື້ອໄດ້ຢູ່. ສະນັ້ນ ຄະນະສະເພາະກິດ ຈື່ງຮຽກຮ້ອງທຸກຄົນ ທຸກວັນ ວ່າທ່ານຕ້ອງເຂັ້ມງວດກັບຕົນເອງໃນການປ້ອງກັນແທ້ໆ. ບັນດາວັກຊີນທີ່ໄດ້ນໍາໃຊ້ໃນປະເທດເຮົາແມ່ນມີປະສິດທິຜົນສູງເທົ່າໆກັນ ບໍ່ວ່າຈະເປັນ ຊີໂນຟາມ, ສະປຸກນິກ, ແອສຕຣາ-ເຊນີກາ, ໄຟເຊີ ແລະ ຈອນສັນ. ໃຜກໍ່ຕາມທີ່ໄດ້ສັກວັກຊິນຄົບ ຈະເປັນວັກຊິນຊະນິດໃດກໍ່ຕາມດັ່ງທີ່ກ່າວມານີ້ ຖ້າຕິດເຊື້ອຄືນໃໝ່ ແມ່ນຕ້ອງໄດ້ເຂົ້າຮັບການປິ່ນປົວຢ່າງຖືກຕ້ອງເປັນລະບົບ ໂດຍບໍ່ມີຂໍ້ຍົກເວັ້ນໃດໆທັງສິ້ນ. ຂໍທ່ານ ຢ່າໄດ້ເຂົ້າໃຈວ່າ ການຕິດເຊື້ອຫຼັງຈາກສັກວັກຊິນຄົບ ບໍ່ຈໍາເປັນໄປປິ່ນປົວກະໄດ້ ນີ້ແມ່ນຄວາມເຂົ້າໃຈທີ່ຜິດພາດ ແລະ ອັນຕະລາຍທີ່ສຸດຕໍ່ຊີວິດຂອງທ່ານເອງ. 

ໃນທຸກມື້ນີ້ ສະຖິຕິຄົນຕິດເຊື້ອ ແລະ ເສຍຊີວິດໃນປະເທດເຮົາແມ່ນຫຼາຍກວ່າ 85% ແມ່ນບໍ່ໄດ້ສັກວັກຊີນເລີຍ. ສະນັ້ນ, ສໍາລັບຜູ້ທີ່ຍັງບໍ່ທັນໄດ້ສັກ ຫຼື ສັກແລ້ວຍັງບໍ່ຄົບ ແມ່ນໃຫ້ຮີບຮ້ອນໄປສັກໃຫ້ໄວ ໂດຍສະເພາະຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນທຸກຄົນ. ໜ້າເສຍດາຍ ທີ່ການສັກວັກຊີນນີ້ ບໍ່ແນະນໍາສໍາລັບບາງກຸ່ມຄົນ ເຊັ່ນ: ຍິງຖືພາໃໝ່ບໍ່ເຖິງ 3 ເດືອນ, ຜູ້ທີ່ກໍາລັງປິ່ນປົວດ້ວຍວິທີສາຍແສງ ຫຼື ເຄມີບໍາບັດ ແລະ ກຸ່ມເດັກນ້ອຍ.  ສໍາລັບກຸ່ມນີ້ ຖືວ່າເປັນກຸ່ມອ່ອນແອບໍ່ສາມາດສັກວັກຊິນໄດ້, ເຊິ່ງຄອບຄົວ ຄວນໄດ້ປົກປ້ອງພວກເພີ່ນເປັນພິເສດ ໂດຍທຸກວິທີການປ້ອງກັນທີ່ໄດ້ແນະນໍາ. ຖ້າຄອບຄົວໃດມີຄົນກຸ່ມນີ້ ແລະ ມີຄົນໃນຄອບຄົວຕ້ອງອອກເຮືອນເຮັດວຽກທຸກວັນ ກໍ່ຂໍໃຫ້ຢູ່ຫ່າງໆຈາກກຸ່ມຄົນອ່ອນແອນີ້ດ້ວຍ ເພື່ອຮັບປະກັນວ່າພວກທ່ານທີ່ອອກເຮືອນນັ້ນ ບໍ່ໄດ້ນໍາເອົາຄວາມສ່ຽງມາສູ່ພວກເພີ່ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...