spot_img
Homeນານາສາລະເມື່ອຄວາມຕາຍມາຮອດ

ເມື່ອຄວາມຕາຍມາຮອດ

Published on

ຜົວເມຍຄູ່ໜຶ່ງ ຊຶ່ງຜູ້ເປັນຜົວ ອາຍຸປະມານ 30 ປີ ແລະປ່ວຍເປັນມະເຮັງ ຢູ່ໄລຍະສຸດທ້າຍ ນອນຢູ່ເທິງຕຽງໃນ ໂຮງໝໍແຫ່ງໜຶ່ງ. ມື້ໜຶ່ງຄູບາ ໄດ້ໄປຢາມ ແລະເມື່ອເຫັນສະພາບດັ່ງກ່າວ ເພິ່ນໄດ້ເວົ້າ ກັບຜູ້ເປັນເມຍວ່າ: “ແມ່ອອກ! ເຈົ້າໄດ້ບອກ ຫຼືຍັງວ່າ ເຈົ້າອະນຸຍາດໃຫ້ເຂົາຕາຍໄດ້?” ພາບທີ່ເຫັນຄື ເມຍໄດ້ໂດດຂຶ້ນ ໄປນັ່ງເທິງຕຽງຄົນເຈັບ ໂອບກອດຮ່າງ ຂອງຜົວທີ່ຈ່ອຍຜອມ ແລະບໍ່ມີແຮງພ້ອມ ທັງນຳ້ຕາໄຫຼ ແລ້ວເວົ້າວ່າ: “ຂ້ອຍຮັກ ເຈົ້າຫຼາຍ ແລະຈະຮັກຕະຫຼອດໄປ. ຂ້ອຍ ອະນຸຍາດໃຫ້ເຈົ້າຕາຍ, ເຈົ້າໄປໄດ້ໄປ ພ້ອມກັບຄວາມຮັກຂອງຂ້ອຍ! ບໍ່ຕ້ອງເປັນ ຫ່ວງຫຍັງອີກແລ້ວ.” ຮຸ່ງເຊົ້າຕໍ່ມາ ຜູ້ເປັນ ຜົວຕາຍ. ເຮົາທຸກຄົນໜີສິ່ງນີ້ບໍ່ພົ້ນ ຄື ມື້ໃດ ມື້ໜຶ່ງເຮົາຕ້ອງເຫັນຄົນທີ່ເຮົາຮັກຈາກໄປ ບໍ່ວ່າຈະເປັນພໍ່ແມ່, ຜົວ, ເມຍ, ລູກ ແລະ ຜູ້ອື່ນໆ. ມື້ໜຶ່ງເຮົາຕ້ອງປ່ອຍໃຫ້ເຂົາໄປ ເມື່ອເວລາຂອງເຂົາສິ້ນສຸດລົງ, ເຮົາບໍ່ສາ ມາດດຶງເຂົາໄວ້ໄດ້ ບໍ່ວ່າເຮົາຈະຮັກເຂົາຫຼາຍ ສຳ່ໃດກໍຕາມ. ວິທີຄິດທີ່ຈະບໍ່ເຮັດໃຫ້ເຮົາທຸກຫຼາຍ ກັບຄວາມຕາຍຂອງຄົນທີ່ເຮົາຮັກ ຄື ໃຫ້ເຂົ້າໃຈຄວາມຈິງວ່າ ຄວາມຕາຍ ເປັນທຳມະຊາດຂອງຊີວິດ, ເມື່ອເຮົາເກີດ ແນ່ນອນຄວາມຕາຍກໍຈະຖ້າເຮົາຢູ່. ສິ່ງນີ້ບໍ່ໄດ້ເກີດກັບເຮົາເທົ່ານັ້ນ ທຸກໆຄົນຕ້ອງ ໄດ້ພົບ ພຽງແຕ່ເຮົາບໍ່ຮູ້ວ່າ ມື້ໃດ ຫຼືໃຜຈະໄປ ກ່ອນເທົ່ານັ້ນ.
ໃນທາງສາດສະໜາພຸດ ຄວາມຕາຍບໍ່ແມ່ນຈຸດຈົບຂອງຊີວິດ ມັນເປັນພຽງການສິ້ນສຸດຂອງຮ່າງກາຍນີ້ເທົ່ານັ້ນ. ຖ້າຄົນທີ່ຕາຍເປັນພໍ່ແມ່ ຜູ້ສູງອາຍຸ ສັງຂານຂອງເພິ່ນກໍອ່ອນແອຫຼາຍ ແລ້ວເຮົາຈະບໍ່ຢາກໃຫ້ເພິ່ນໄດ້ມີຊີວິດໃໝ່ ຊັ້ນບໍ່?, ຫຼືຄົນທີ່ເຮົາຮັກກຳລັງເຈັບປວດ ແລະທຸກທໍລະມານ ເພາະອາການປ່ວຍ ຫຼືໂຣກຮ້າຍ ເຮົາຈະບໍ່ຢາກໃຫ້ຄົນທີ່ເຮົາຮັກຫາຍຈາກຄວາມເຈັບປວດ ແລະ ຄວາມທໍລະມານນີ້ບໍ່? ຄວາມຕາຍເປັນກົນໄກການຮັກສາທີ່ທຳມະຊາດສ້າງມາໃຫ້ ເມື່ອຮອດຈຸດໜຶ່ງທີ່ ຮ່າງກາຍ ຂອງເຮົາຮັບຄວາມທໍລະມານນີ້ຕໍ່ໄປບໍ່ໄດ້ອີກແລ້ວ ຮ່າງກາຍຂອງເຮົາກໍຈະຍຸບລົງ ນັ້ນກໍຄື “ຕາຍ” ເພື່ອຢຸດຄວາມເຈັບປວດ. ຄວາມຕາຍຂອງໃຜຄົນໜຶ່ງ ເປັນດັ່ງເຄື່ອງເຕືອນສະຕິວ່າ ຊີວິດເຮົາບໍ່ແນ່ນອນ! ເມື່ອຮູ້ວ່າຊີວິດບໍ່ທ່ຽງ ເຮົາກໍຄວນເຮັດສິ່ງປັດຈຸບັນໃຫ້ດີທີ່ສຸດ, ໝັ່ນສ້າງຄວາມດີ, ເຮັດບຸນ ແລະ ສິ່ງທີ່ມີຄ່າກໍຄື ໄລຍະເວລາຂອງການໄດ້ຢູ່ກັບຄົນທີ່ເຮົາຮັກ. ຈົ່ງຮັກເຂົາ ເຮັດດີກັບເຂົາ, ຂໍໂທດ ແລະໃຫ້ອະໄພເຂົາ. ຈົ່ງເຮັດຕັ້ງແຕ່ຕອນນີ້ ເພາະມື້ອື່ນອາດຈະບໍ່ໄດ້ເຮັດໃຫ້ເຂົາອີກແລ້ວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...