spot_img
Homeຂ່າວນໍ້າຖ້ວມເມືອງໂພນທອງ ແຂວງຫລວງພະບາງ ນໍ້າກໍຖ້ວມຫລາຍຈຸດ

ເມືອງໂພນທອງ ແຂວງຫລວງພະບາງ ນໍ້າກໍຖ້ວມຫລາຍຈຸດ

Published on

ວັນທີ 4 ສິງຫາ 2017 ຜ່ານມານີ້ ໄດ້ເກີດນໍ້າຖ້ວມເສັ້ນທາງແລະ ເຮືອນຂອງປະຊາຊົນຈໍານວນໜຶ່ງຢູ່ເມືອງໂພນທອງ ແຂວງ ຫລວງພະບາງ.

ເຫດການນໍ້າຖ້ວມ ແມ່ນໄດ້ເກີດຂຶ້ນໃນເວລາປະມານ 7:30 ໂມງ ຂອງວັນທີ 4 ສິງຫາ 2017 ເນື່ອງຈາກມີຝົນຕົກແຮງຫຼາຍຊົ່ວໂມງ ເຮັດໃຫ້ສາຍນໍ້າອືມ, ສາຍນໍ້າມັດ ແລະ ສາຍນໍ້າແມນ ເກີດມີສະພາບນໍ້າລົ້ນ ແລະ ໄຫຼລົ້ນຝັ່ງຢ່າງຮ້າຍແຮງຢູ່ຈຸດຂົວຈົມ ບ້ານປາກອຶມ ໄປຫາ ບ້ານ ວັງຊຽງ ອັນໄດ້ເຮັດໃຫ້ປະລິມານນໍ້າ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນໃນລະດັບປະມານ 1 ແມັດ ສົ່ງຜົນເຮັດໃຫ້ເຮືອນປະຊາຊົນ ໄດ້ຮັບຜົນເສຍຫາຍ ຈໍານວນຫນຶ່ງໃນນີ້ ໄດ້ມີເສັ້ນທາງ ເປ່ເພເຊາະເຈືອນ, ຕັດຂາດ, ເຮືອນເປ່ເພຈຳນວນ 5 ຫຼັງຄາເຮືອນ.

ພ້ອມກັນນັ້ນ ກໍ່ມີວັດຖຸສີ່ງຂອງເຄື່ອງໃຊ້, ເຄື່ອງນຸ່ງຮົ່ມ ຂອງປະຊາຊົນຫຼາຍຄອບຄົວໄດ້ຮັບຄວາມເສຍຫາຍ ຫຼາຍສົມຄວນ.

ປະຊາຊົນເວົ້າວ່ານໍ້າຖ້ວມຄັ້ງນີ້ບໍ່ເຄີຍມີມາກ່ອນ ຢູ່ລະຫວ່າງ ບ້ານປາກອືມ ຫາ ບ້ານ ວັງຊຽງ ແລະ ບ້ານຈໍານວນໜຶ່ງທີ່ຢູ່ເຂດຕໍ່າ.

ຕໍກັບເຫດການທີ່ເກີດຂື້ນ ໄດ້ມີກຳລັງທະຫານຂອງເມືອງແລະ ປະຊາຊົນ, ພະນັກງານເຂົ້າໃຫ້ການຊ່ວຍເຫຼືອ ໂດຍສະເພາະແມ່ນການຍົກຍ້າຍເຄື່ອງໃຊ້ ອອກຈາກພື້ນທີ່ນໍ້າຖ້ວມ ຈຶ່ງເຮັດໃຫ້ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດຈາກເຫດການໃນຄັງນີ້ ເຖົ້າແກ່ຜູ້ອາວຸດໂສໄດ້ເວົ້າສູ່ຟັງວ່າ: ໃນແຕ່ລະປີສາຍນໍ້າອືມ, ສາຍນໍ້າມັດ ແລະ ສາຍນໍ້າແມນ ແມ່ນມີປະລິມານສູງ ແລະ ໄຫຼນອງເປັນປົກກະຕິ ແຕ່ໃນຄັ້ງນີ້ ແມ່ນຮ້າຍແຮງໂດຍບໍ່ເຄີຍພົບເຫັນມາກ່ອນໃນລັກສະນະນີ້. ສະນັ້ນຈິງໄດ້ເປັນການແຈ້ງເຕືອນເຖິງຜູ້ທີຈະເດີນທາງໄປມາເຂົ້າສູ່ເມືອງໂພນທອງແຂວງຫຼວງພະບາງ ຈົ່ງສະມີສະຕິລະວັງຕົວ ແລະ ຕ້ອງສອບຖາມຂໍມູນຢ່າງລະອຽດນຳພີ່ນ້ອງເສຍກ່ອນ.

 

ແຫລ່ງຈາກ: ລາວອັບເດດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...