spot_img
Homeຂ່າວທ້ອງຖິ່ນເມືອງຫົງສາ ກວດຍຶດ ແລະ ທຳລາຍສິນຄ້າເສື່ອມຄຸນນະພາບ ເພື່ອປົກປ້ອງຜູ້ຊົມໃຊ້!

ເມືອງຫົງສາ ກວດຍຶດ ແລະ ທຳລາຍສິນຄ້າເສື່ອມຄຸນນະພາບ ເພື່ອປົກປ້ອງຜູ້ຊົມໃຊ້!

Published on

ໃນຕອນບ່າຍ ວັນທີ 18 ສິງຫາ 2016 ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸການນຳໃຊ້ ໂດຍມີ ທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ມີຜູ້ຕາງໜ້າສະມາຄົມຕະຫຼາດ ບັນດາຄະນະກຳມະການກວດກາຄຸນນະພາບສິນຄ້າ ພາຍໃນເມືອງ ທີ່ຖືກແຕ່ງຕັ້ງສະເພາະກິດ ແລະ ພະນັກງານວິຊາການຫ້ອງການດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫົງສາ ໄດ້ໃຫ້ຮູ້ວ່າ ໂດຍປະຕິບັດຕາມ ແຜນເຄື່ອນໄຫວວຽກງານປະຈຳເດືອນ ແລະ ເພື່ອເປັນການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ້ຊົມໃຊ້ ດັ່ງນັ້ນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສົບທົບກັບຄະນະກຳມະການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາຄຸນນະພາບສິນຄ້າ ແລະ ສິນຄ້າທີ່ຜິດລະບຽບຢູ່ຮ້ານຄ້າໃຫຍ່-ນ້ອຍ ພາຍໃນເມືອງຫົງສາ ຈຳນວນ 14 ບ້ານເທດສະບານ ແລະ ຢູ່ໃນບໍລິເວນຕະຫຼາດຂອງເມືອງ ມີຈຳນວນ 130 ຮ້ານ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ກາງເດືອນກໍລະກົດ 2016 ຫາຕົ້ນເດືອນ ສິງຫາ 2016 ເຊິ່ງຜ່ານການລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ຫຼື ສິນຄ້າໝົດຄຸນນະພາບໃນຄັ້ງນີ້ ບັນດາຄະນະກຳມະການກວດກາຄຸນນະພາບ ທີ່ຖືກແຕ່ງຕັ້ງສະເພາະກິດຂອງເມືອງ ໄດ້ເອົາໃຈໃສ່ເຄື່ອນໄຫວ ຕາມພາລະບົດບາດ ຂອບເຂດ ສິດ ແລະ ໜ້າທີ່ຂອງຂະແໜງການສາຍຕັ້ງ ໄດ້ມອບໝາຍໃຫ້ ເຊິ່ງສາມາດກວດກາພົບເຫັນ ແລະ ຍຶດສິນຄ້າປະເພດອຸປະໂພກ-ບໍລິໂພກ ທີ່ໝົດອາຍຸການນຳໃຊ້ ເປັນຕົ້ນແມ່ນເຄື່ອງດື່ມ, ເຄື່ອງປຸງແຕ່ງອາຫານ, ໝີ່, ເຂົ້າໜົມ, ສີຍ້ອມຜົມ, ໂລຊັ່ນທາຜິວ ແລະ ອື່ນໆອີກຫຼາຍຢ່າງ ຮວມທັງໝົດ 82 ລາຍການ ມູນຄ່າ 21 ລ້ານກວ່າກີບ.

ສໍາລັບການທໍາລາຍສິນຄ້າຄັ້ງນີ້ ແມ່ນໄດ້ທໍາລາຍດ້ວຍການຈູດ-ເຜົາ ຢູ່ສະຖານທີ່ຖິ້ມຂີ້ເຫຽື້ອຂອງເມືອງຫົງສາ ເພື່ອເປັນການປຸກຈິດສໍານຶກ ໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ປະກອບການທຸລະກິດ ຕໍ່ການເຄົາລົບລະບຽບກົດໝາຍ ແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຢ່າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນໄປຕາມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດ ຜົນປະໂຫຍດຂອງຜູ້ຊົມໃຊ້ຢູ່ໃນທົ່ວເມືອງ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...