spot_img
Homeຂ່າວທ້ອງຖິ່ນເພີ່ມຊ່ອງຈະລາຈອນ, ປັບປຸງທາງຍ່າງ ແລະ ກໍ່ສ້າງວົງວຽນໃໝ່ ເຂດຖະໜົນຄູວຽງ

ເພີ່ມຊ່ອງຈະລາຈອນ, ປັບປຸງທາງຍ່າງ ແລະ ກໍ່ສ້າງວົງວຽນໃໝ່ ເຂດຖະໜົນຄູວຽງ

Published on

ເນື່ອງຈາກສອງອາທິດທີ່ຜ່ານມາ, ເຂດຖະໜົນຄູວຽງໄດ້ມີການສ້ອມແປງຕາມຖະໜົນຫົນທາງ ແລະ ມ້າງວົງວຽນໃນເຂດດັ່ງກ່າວ, ເຮັດໃຫ້ປະຊາຊົນໃຫ້ຄວາມສົນໃຈ, ມີຄວາມຢາກຮູ້ ແລະ ຕັ້ງຄໍາຖາມກ່ຽວກັບການສ້ອມແປງໃນຄັ້ງນີ້. ດັ່ງນັ້ນ, ທາງທີມງານລາວໂພສຈິ່ງໄດ້ສະເໜີສອບຖາມຂໍ້ມູນໄປຍັງ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເພື່ອຕອບຂໍ້ສົງໃສດັ່ງກ່າວ ແລະ ເຮົາສາມາດສະຫຼຸບໄດ້ດັ່ງນີ້:

  • ໂຄງການກໍ່ສ້າງນີ້ແມ່ນຈະໄດ້ປັບປຸງເປີດກວ້າງຂະຫຍາຍມຸມລ້ຽວ ເພີ່ມຊ່ອງຈະລາຈອນ ແລະ ປັບປຸງທາງຍ່າງ ຄືນໃໝ່ ເພື່ອແກ້ໄຂການຈະລາຈອນແອອັດ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດ ຕາມຈຸດທາງແຍກ.
  • ຈຸດສາມແຍກ ວິທະຍາໄລຄອມເຊັນເຕີ້: ຂະຫຍາຍ 2 ຈຸດຄື: ຂະຫຍາຍ 2 ຈຸດຄື: ຂະຫຍາຍເປີດມູມລ້ຽວຂວາທີ່ມາແຕ່ຖະຫນົນດົງປາຍນາລ້ຽວຂວາຂື້ນສູ່ຖະຫນົນຄູວຽງ ແລະ ຂະຫຍາຍເພີ່ມຊ່ອງຈະລາຈອນເບື້ອງກົມພາລາ ປກສ.
  • ຈຸດວົງວຽນ 5 ເມສາ: ຂະຫຍາຍ 2 ຈຸດຄື: ຂະຫຍາຍເປີດມູມລ້ຽວຂວາເບື້ອງໂຮງຫມໍ 109 ປກສ ເຊື່ອມຕໍ່ໃສ່ຖະຫນົນທາດຂາວ ແລະ ຂະຫຍາຍເພີ່ມຊ່ອງຈະລາຈອນເບື້ອງຮ່ອງນ້ໍາຖະຫນົນຄູວຽງ.

  • ຈຸດປະສົງ ແລະ ທີ່ມາຂອງໂຄງການ: ໂຄງການດັ່ງກ່າວ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ຮ່ມເຮັດວຽກນໍາຊ່ຽວຊານ JICA, ຊຶ່ງຫນ້າວຽກເປີດກວ້າງຂະຫຍາຍຈຸດທາງແຍກກໍ່ແມ່ນເປັນໂຄງການທົດລອງທີ່ນອນໃນໂຄງການສ້າງຄວາມເຂັ້ມແຂງລະບົບຂົນສົ່ງໃນຕົວເມືອງແບບຍືນຍົງ ເພື່ອແກ້ໄຂການສັນຈອນແອອັດ ແລະ ຫຼຸດຜ່ອນການເກີດອຸບັດເຫດທາງຖະໜົນ, ຊ່ວຍໃຫ້ຜູ້ນຳໃຊ້ລົດ ໃຊ້ຖະໜົນເຂົ້າ ລະບຽບມີຄວາມປອດໄພ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດທາງຖະຫນົນ, ຊ່ວຍໃຫ້ຜູ້ນໍາໃຊ້ລົດໃຊ້ຖະຫນົນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ.
  • ສຳລັບໂຄງການນີ້ ແມ່ນປັບປຸງແຕ່ຈຸດສາມແຍກ ວິທະຍາໄລຄອມເຊັນເຕີ ຫາ ວົງວຽນ 5 ເມສາ.
  • ພາກສ່ວນວົງວຽນທີ່ມ້າງອອກ ແມ່ນຈະໄດ້ປັບປຸງກໍ່ສ້າງຄືນໃໝ່ ໂດຍອອກແບບໃຫ້ເໝາະສົມກັບທັດສະນີຍະພາບຂອງພື້ນທີ່ດັ່ງກ່າວ, ຂະຫນາດລັດສະຫມີຈະໃຫຍ່ກວ່າເກົ່າຈາກ ລັດສະຫມີເກົ່າ 3 ແມັດ ເພີ່ມເປັນ ຂະຫນາດ 6,5 ແມັດ, ເປັນລັກສະນະດອນວົງວຽນ ທີ່ຕົບແຕ່ງທາສີ ແລະ ຕິດຕັ້ງເຄື່ອງໝາຍສະທ້ອນແສງໃສ່ໃນວົງວຽນ.

ສຸດທ້າຍນີ້, ທາງທີມງານລາວໂພສຂໍຂອບໃຈມາຍັງ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ລາຍລະອຽດຂໍ້ມູນກ່ຽວກັບໂຄງການດັ່ງກ່າວໄດ້ຢ່າງຄົບຖ້ວນ ແລະ ຂໍໃຫ້ປະຊາຊົນທີ່ໃຊ້ລົດໃຊ້ຖະໜົນອົດທົນນຳກັນໃນຊ່ວງສ້ອມແປງຄັ້ງນີ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...