spot_img
Homeຂ່າວພາຍ​ໃນເປີດຮ້ານຂາຍພືດຜັກອິນຊີບ້ານເຮົາ ແຫ່ງທໍາອິດຂອງ ນະຄອນຫລວງວຽງຈັນ ທີ່ບ້ານສົມຫວັງເໜືອ!

ເປີດຮ້ານຂາຍພືດຜັກອິນຊີບ້ານເຮົາ ແຫ່ງທໍາອິດຂອງ ນະຄອນຫລວງວຽງຈັນ ທີ່ບ້ານສົມຫວັງເໜືອ!

Published on

ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ສົມທົບກັບ ກຸ່ມຜະລິດພຶດຜັກກະສິກໍາອິນຊີ ໃນນະຄອນຫຼວງ ໂດຍການສະໜັບສະໜູນ ຈາກອົງການໄຈກາ (JICA) ປະຈໍາ ສປປ.ລາວ ໄດ້ຈັດພິທີໄຂຮ້ານວາງສະແດງ-ຂາຍຜະລິດຕະພັນພືດຜັກອິນຊີ ໃນຕອນເຊົ້າວັນທີ 04 ສິງຫາ 2016 ທີ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ລິນຄໍາ ດວງສະຫວັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທ່ານ  ທາເກະຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ 9 ໂຕເມືອງ ບັນດາກຸ່ມຜະລິດກະສິກໍາອິນຊີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ່ກ່າວເຖິງການໄຂຮ້ານຂາຍພືດຜັກອິນຊີບ້ານເຮົາ ຢູ່ນະຄອນຫຼວງວຽງຈັນ ໃນຄັ້ງນີ້ວ່າ ເປັນການຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VI ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍສະເພາະແມ່ນ ການຜະລິດເປັນສິນຄ້າ ສະອາດ ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອເຮັດໃຫ້ການຜະລິດແບບກຸ້ມກິນ ຫັນມາເປັນການຜະລິດເປັນສິນຄ້າ ສະໜອງຕະຫຼາດພາຍໃນ ແລະ ຕ່າງປະເທດເທື່ອລະກ້າວ ເຮັດໃຫ້ປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2020 ຕາມນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ເຊິ່ງການຜະລິດກະສິກໍາ ໃນນະຄອນຫຼວງວຽງຈັນ ແມ່ນສາມາດຕອບສະໜອງ ຄວາມຕ້ອງການທີ່ຈໍາເປັນ ໄດ້ໂດຍພື້ນຖານ ສິ່ງສໍາຄັນແມ່ນໃຫ້ເກີດມີປັດໄຈໃໝ່ ເຂົ້າໃນການຜະລິດ ເປັນຕົ້ນແມ່ນການຜະລິດທີ່ທັນສະໄໝ ແລະ ການຜະລິດສະອາດ ໃຫ້ມີການຂະຫຽາຍໂຕຢ່າງກວ້າງຂວາງ ການຜະລິດກະສິກໍາອິນຊີ ກໍເປັນປັດໄຈນຶ່ງທີ່ເກີດຂຶ້ນໃໝ່ ໃນນະຄອນຫຼວງ ທີ່ຕິດພັນກັບນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນວາງອອກ ໂດຍສະເພາະ ສ.ສະອາດ ແລະ 1 ເມືອງ 1 ຕະຫຼາດສະອາດ ໄປຕາມທິດຍືນຍົງ ຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ຕາມຫຼັກໂພຊະນາການ ກິນອາຫານຖືກຫຼັກອະນາໄມ ເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີອາຍຸຍືນສະເຫຼ່ຍໃຫ້ໄດ້ 75 ປີ ພາຍໃນປີ 2020.

ການຜະລິດກະສິກໍາອິນຊີ ໃນນະຄອນຫຼວງວຽງຈັນ ສ້າງໃຫ້ນະຄອນຫຼວງວຽງຈັນ ມີໃບໜ້າໃໝ່ແກ່ການຜະລິດ ສາມາດສ້າງໄດ້ ກຸ່ມການຜະລິດທີ່ເຂັ້ມແຂງ ຊ່ອຍເຫຼືອເຊິ່ງກັນແລະກັນ ເປັນບ່ອນຮຽນຮູ້ ແລກປ່ຽນຄວາມຄິດເຫັນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໃນການຜະລິດໄດ້ດ້ວຍຕົນເອງ ເຮັດໃຫ້ມີຜົນຜະລິດກະສິກໍາອິນຊີ ອອກສູ່ສັງຄົມ ເຮັດໃຫ້ສັງຄົມຮັບຮູ້ ແລະ ຕ້ອງການຜົນຜະລິດກະສິກໍາອິນຊີຫຼາຍຂຶ້ນ ສໍາລັບຮ້ານຂາຍພືດຜັກກະສິກໍາອິນຊີບ້ານເຮົາ ແມ່ນຮ້ານຂາຍຜະລິດຕະພັນກະສິກໍາອິນຊີ ຂອງນະຄອນຫຼວງວຽງຈັນ ເຊິ່ງຈະຕ້ອງເອົາໃຈໃສ່ປະຕິບັດຕາມມາດຕະຖານອິນຊີລາວ ຮັບປະກັນໃຫ້ຜູ້ບໍລິໂພກ ມີຄວາມໝັ້ນໃຈ ບໍລິການວ່ອງໄວ ແລະ ປະທັບໃຈ ນອກຈາກນັ້ນກໍຕ້ອງເອົາໃຈໃສ່ ການໂຄສະນາທາງສື່ໃຫ້ຫຼາຍຂຶ້ນ ແລະ ຂະຫຍາຍການຜະລິດ ໃຫ້ມີຜົນຜະລິດພືດຫຼາກຫຼາຍຊະນິດຂຶ້ນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິໂພກ.

ຂະນະທີ່ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ກໍກ່າວວ່າ ການຜະລິດກະສິກໍາອິນຊີຢູ່ນະຄອນຫຼວງ ແມ່ນມີໜໍ່ແໜງ ແລະ ເປັນບາດກ້າວທີ່ດີ ໃຫ້ແກ່ການຜະລິດກະສິກໍາ ຕາມທ່າແຮງທີ່ບົ່ມຊ່ອນ ປັດຈຸບັນມີກຸ່ມຜະລິດກະສິກໍາອິນຊີ ນຶ່ງກຸ່ມໃຫຍ່ຂັ້ນນະຄອນຫຼວງ ມີຄະນະບໍລິຫານ 9 ທ່ານ ແລະ ມີກຸ່ມນ້ອຍລະດັບບ້ານ ຈໍານວນ 27 ກຸ່ມ ໃນນັ້ນມີກຸ່ມປູກເຂົ້າອິນຊີ ຢູ່ເຂດເມືອງສັງທອງ 10 ກຸ່ມ ມີ 10 ບ້ານ 583 ຄອບຄົວ ໃນເນື້ອທີ່ 870 ເຮັກຕາ ແລະ ມີກຸ່ມຜະລິດພືດຜັກ ແລະ ໝາກໄມ້ ເຊິ່ງໄດ້ຮັບການ ຈັດຕັ້ງປະຕິບັດ ຈາກໂຄງການຮ່ວມມື ລະຫວ່າງປະເທດສະວິດ ກັບ ກົມປຸກຝັງ ຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຄື ຫາດຊາຍຟອງ ໄຊເຊດຖາ ໄຊທານີ ສີໂຄດຕະບອງ ນາຊາຍທອງ ແລະ ເມືອງປາກງື່ມ ເລີ່ມແຕ່ປີ 2004-2011.

ນັບແຕ່ປີ 2014 ເຖິງປັດຈຸບັນ ກໍມີໂຄງການສະໜັບສະໜູນ ກະສິກໍາອິນຊີລາວ ຫຼື  LOAPP ເປັນໂຄງການຮ່ວມມື ລະຫວ່າງກົມປູກຝັງ ແລະ ອົງການໄຈກາປະເທດຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນ ກຸ່ມການຜະລິດກະສິກໍາອິນຊີ ນະຄອນຫຼວງ ໂດຍສະເພາະແມ່ນການໃຫ້ທຶນຊ່ອຍເຫຼືອ ປັບປຸງ ແລະ ກໍ່ສ້າງໂຮງເຮືອນຫຸ້ມຫໍ່ ຮ້ານຂາຍຜົນຜະລິດກະສິກໍາອິນຊີ ພ້ອມດ້ວຍອຸປະກອນຮັບໃຊ້ການຂາຍ ເຊິ່ງມີສະຖານທີ່ຕັ້ງຢູ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ເພື່ອເປັນຈຸດຈໍາໜ່າຍຖາວອນ ແລະ ຈະເປັນຈຸດຈັດສົ່ງຜົນຜະລິດອິນຊີ ໃຫ້ບັນດາຮ້ານຄ້າ ມິນິມາກ ຊຸບເປີມາເກັດ ຮ້ານອາຫານ ແລະ ໂຮງແຮມອື່ນໆ ຢ່າງເປັນຮູບປະທໍາຫຼາຍຂຶ້ນ ແລະ ຈະເປັນຮ້ານຈໍາໜ່າຍໂຕແບບ ຂາຍພືດຜັກກະສິກໍາອິນຊີຕາມນະໂຍບາຍ 1 ເມືອງ 1 ຕະຫຼາດກະສິກໍາສະອາດຂອງນະຄອນຫຼວງ ໂຄງການດັ່ງກ່າວ ລິ່ເລີ່ມລົງມືກໍ່ສ້າງແຕ່ເດືອນພະຈິກ 2015 ແລະ ສໍາເລັດໃນເດືອນພຶດສະພາ 2016 ດ້ວຍມູນຄ່າທັງໝົດຫຼາຍກວ່າ 500 ລ້ານກີບ.

ມາຮອດປັດຈຸບັນເຫັນວ່າ ກຸ່ມກະສິກໍາອິນຊີນະຄອນຫຼວງ ແລະ ມີຄວາມພ້ອມໃຫ້ບໍລິການ ເຊິ່ງຖືເປັນຈຸດຂາຍແຫ່ງທໍາອິດ ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນຈັນ-ວັນເສົາ ເວລາ 10:00 ໂມງຫາ 19:00 ໂມງ ເພື່ອຮັບໃຊ້ຜູ້ບໍລິໂພກທັງພາກລັດ ເອກະຊົນ ນັກທຸລະກິດ ແລະ ປະຊາຊົນພາຍໃນເມືອງຫາດຊາຍຟອງ ແລະ ຊາວນະຄອນຫຼວງ ໄດ້ຊົມໃຊ້ຜົນຜະລິດກະສິກໍາອິນຊີ ຢ່າງສະດວກສະບາຍ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...