spot_img
Homeຂ່າວຕ່າງປະເທດເປີດປະຫວັດ "ໂຈ ໄປເດນ" ຜູ້ນໍາອາເມລິກາຄົນໃໝ່

ເປີດປະຫວັດ “ໂຈ ໄປເດນ” ຜູ້ນໍາອາເມລິກາຄົນໃໝ່

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານ ໂຈ ໄບເດນ ຫຼື ໂຈເຊັບ ລໍບິເນດ ໄບເດນ ຈູເນຍ ວ່າທີ່ປະທານາທິບໍດີສະຫະລັດອາເມລິກາ ຄົນທີ 46 ຄົນນີ້ ເກີດເມື່ອວັນທີ 20 ພະຈິກ 1942 ທີ່ເມືອງສະແກຣນຕັນ ລັດເພນຊິລເວເນຍ ຮຽນຈົບຈາກມະຫາວິທະຍາໄລເດລາແວຣ໌ ແລະ ຈົບກົດໝາຍຈາກມະຫາວິທະຍາໄລຊີຣາຄິວສ໌.

ໃນການເລືອກຕັ້ງປະທານາທິບໍດີ ສ. ອາເມລິຄັ້ງນີ້ ທ່ານ ໂຈ ໄບເດນ ໄດ້ຄະແນນທີ່ລັດເພນຊິລເວເນຍ ດ້ວຍອັດຕາສ່ວນ 49.6% ໂດຍ ໂດນັລ ທຣໍ້າໄດ້ຄະແນວໃນລັດນີ້ ທີ່ມີອັດຕາສ່ວນ 49.1 %. ຈຶ່ງເຮັດໃຫ້ທ່ານ ໂຈ ໄບເດນ ໄດ້ຮັບຄະແນນຄະນະຜູ້ເລືອກຕັ້ງເພີ່ມອີກ 20 ຄະນະບວກກັບຄະແນນເກົ່າລວມ ເປັນ 273 ຄະແນນ ກາຍເປັນຜູ້ຊະນະການເລືອກຕັ້ງ ແລະ ໄດ້ຮັບຕຳແໜ່ງປະທານາທິບໍດີ ສ.ອາເມລິ ກາຄົນໃໝ່.

ເປີດປະຫວັດ ແລະ ຜົນງານທີ່ຜ່ານໃນເສັ້ນທາງການເມືອງຂອງທ່ານ “ໂຈ ໄປເດນ” ຜູ້ນໍາອາເມລິກາຄົນໃໝ່

  • ຈົບປະລິນຍາຕີ ສາຂາລັດຖະສາດ ແລະ ປະຫວັດສາດ
  • ສໍາເລັດການສຶກສານິຕິສາດ Juris Doctor
  • ປີ 1968-1969 ທະນາຍຄວາມຝ່າຍຈໍາເລີຍ ທີ່ເມືອງ Wilmington
  • ປີ 1970-1972 ສະມາຊິກສະພາເທດສະມົນທົນ New Castle ລັດເດລາເເວຣ໌
  • ປີ 1973 ເລີ່ມຊີວິດທາງການເມືອງ ເປັນສະມາຊິກວຸດທິ ສະພາ(ສ.ວ) ລັດເດລາເເວຣ໌ (6ສະໄໝ)
  • ປີ 1987-1999 ປະທານຄະນະກໍາມາທິການຍຸຕິທໍາ ສະຫະລັດ
  • ປີ 2001-2009 ປະທານຄະນະກໍາມາທິການຕ່າງປະເທດ ວຸດທິສະພາສະຫະລັດ
  • ປີ 2009-2017 ຮອງປະທານາທິບໍດີສະຫະລັດ ສະໄໝປະທານາທິບໍດີ ບາຣັກ ໂອບາມາ
  • ປີ 2020 ປະທານາທິບໍດີສະຫະລັດອາເມລິກາ ຄົນທີ 46.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...