spot_img
Homeຂ່າວທ້ອງຖິ່ນເປີດນຳໃຊ້ໂຮງໝໍພາກສະໜາມລ້ານຊ້າງ ຮອງຮັບຜູ້ຕິດເຊື້ອໂຄວິດ-19

ເປີດນຳໃຊ້ໂຮງໝໍພາກສະໜາມລ້ານຊ້າງ ຮອງຮັບຜູ້ຕິດເຊື້ອໂຄວິດ-19

Published on

ພິທີມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ ຈັດຂຶ້ນຕອນບ່າຍວັນທີ 3 ພຶດສະພາ 2021 ຢູ່ບ້ານດອນກອຍ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ແລະພາກສ່ວນກ່ຽວຂ້ອງ.

ໂຮງໝໍພາກສະໝາມລ້ານຊ້າງ ສ້າງຂຶ້ນພາຍໃນ 7 ວັນ ມີຂະຫນາດ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງນອນ ແລະ ເຂດ B ມີ135 ຕຽງນອນ, ມີຫ້ອງສຸກເສີນເບື້ອງຕົ້ນຂະໜາດ 5 ຕຽງນອນ. ສະເພາະເຂດ A ວັນທີ 3 ພຶດສະພາສາມາດຮອງຮັບຄົນເຈັບໄດ້ແລ້ວ, ສຳລັບເຂດ B ຈະສາມາດນໍາໃຊ້ໄດ້ໃນວັນທີ 5 ພຶດສະພາ 2021

ທ່ານພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວລາຍງານໃຫ້ຮູ້ວ່າ: ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສິຕິປັນຍາຈາກການນຳ, ອ້າຍນ້ອງພະນັກງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອ ຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວ, ໂດຍໄດ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນ ໃນສະໜາມຮົບຕ້ານໂຄວິດຄັ້ງນີ້, ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ ສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເຂົ້າປິ່ນປົວໄດ້ພາຍໃນວັນທີ 3 ພຶດສະພານີ້.

ໂອກາດນີ້ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ກ່າວວ່າ: ໃນນາມຄະນະສະເພາະກິດຂັ້ນສູນກາງ ສະແດງຄວາມຂອບໃຈເປັນຢ່າງສູງ ແລະຕີລາຄາສູງ ຕໍ່ການປະກອບສ່ວນຂອງບັນດາບໍລິສັດ ທີ່ຮ່ວມກັນໃນການຫັນສະຖານທີ່ດ້ານກິລາໃຫ້ມາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານອັນຮີບດ່ວນ ແລະຈໍາເປັນທີ່ສຸດ ທີ່ເກີດຂຶ້ນຢູ່ໃນປະເທດຂອງພວກເຮົາ, ນີ້ສະແດງໃຫ້ເຫັນເຖິງການເສຍສະລະອັນສູງສົ່ງ ການຕື່ນຕົວປະກອບສ່ວນທີ່ສໍາຄັນຂອງຕົນເອັງໃນພາລະກິດລວມຂອງບ້ານຂອງເມືອງ , ນີ້ສະແດງໃຫ້ເຫັນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກລະບອບໃໝ່ຂອງພວກເຮົາໃນການຊ່ວຍເຫລືອປະຊາຊົນພີ່ນ້ອງຮ່ວມຊາດໃຫ້ຫລຸດພົ້ນຈາກໄພອັນຕະລາຍ, ເຊິ່ງຜ່ານມາກໍມີຫລາຍບໍລິສັດໄດ້ໃຫ້ການຊ່ວຍເຫລືອມາແລ້ວ ຍ້ອນແນວນັ້ນ ຈຶ່ງສະເໜີໃຫ້ພວກເຮົານໍາໃຊ້ສະຖານທີ່ແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດຫລາຍເທົ່າທີ່ຈະຫລາຍໄດ້.

ທ່ານກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນບົດຮຽນຈາກການຕໍ່ສູ້ກັບພະຍາດໂຄວິດ19 ໃນໄລຍະຜ່ານມາວ່າ: ອັນທີ່ໜຶ່ງ ແມ່ນພັກ-ລັດຂອງພວກເຮົາມີຄວາມສະດຸ້ງໄວ, ສະກັດກັ້ນໄວ້ຫົວທີ ນີ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ-ລັດພວກເຮົາໃນການນໍາພາປະເທດຊາດ, ອັນທີສອງປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະຕິບັດຄໍາສັ່ງຢ່າງເຂັ້ມງວດ ແຕ່ລະຄົນໄດ້ເປັນເຈົ້າການ ແລະປະກອບສ່ວນຮ່ວມມືກັບລັດຖະບານ, ອັນທີສາມ ພວກເຮົາໄດ້ນໍາໃຊ້ທຸກພາຫະນະທີ່ມີ ປຸກລະດົມສັງຄົມເຂົ້າຮ່ວມ ໃຫ້ການຊ່ວຍເຫລືອດ້ານຕ່າງໆຢ່າງທັນການ ລວມທັງປະຊາຊົນ, ທະຫານ, ຕໍາຫລວດ ອໍານາດການປົກຄອງ ທຸກຂັ້ນ ລວມທັງວິຊາການແພດໝໍ ເຊິ່ງຕົນເອັງມີຄວາມສ່ຽງຢູ່ແລ້ວ ແຕ່ຕ້ອງໄດ້ໃຫ້ການຊ່ວຍເຫລືອປິ່ນປົວຄົນເຈັບຫລາຍມື້ຕິດຕໍ່ກັນໂດຍບໍ່ໄດ້ພັກຜ່ອນ ນອກຈາກນັ້ນພວກເຮົາຍັງໄດ້ຮັບການຊ່ວຍເຫລືອແລກປ່ຽນຂໍ້ມູນຂ່າວສານກັບສາກົນ ແລະປະເທດຕ່າງໆ, ສະນັ້ນພວກເຮົາຕ້ອງອີງໃສ່ບົດຮຽນເຫລົ່ານີ້ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້, ປະຈຸບັນຢູ່ນະຄອນຫລວງວຽງຈັນບາງອັນກໍມີແລ້ວ ແຕ່ບາງອັນກໍຕ້ອງພິຈາລະນາເບິ່ງເພື່ອເປັນບົດຮຽນໃຫ້ຫລາຍແຂວງຕື່ມອີກ.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...