spot_img
Homeຂ່າວຕ່າງປະເທດເນເທີແລນແຫ່ກັກຕຸນ "ກັນຊາ" ຫຼັງໂຄວິດ-19ລະບາດ

ເນເທີແລນແຫ່ກັກຕຸນ “ກັນຊາ” ຫຼັງໂຄວິດ-19ລະບາດ

Published on

ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານເມື່ອວັນທີ 16 ມີນາ 2020 ວ່າ ປະຊາຊົນຊາວເນເທີແລນພາກັນໄປຕໍ່ແຖວຊື້ ກັນຊາ ໄວ້ເພື່ອກັກຕຸນ ຫຼັງຈາກລັດຖະບານປະກາດປິດຮ້ານອາຫານ, ສະຖານບັນເທີງທົ່ວປະເທດ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄວິດ-19.

ສຳລັບສະຖານະການໂຄວິດ-19 ໃນເນເທີແລນຈາກຂໍ້ມູນເມື່ອວັນທີ 15 ມີນາທີ່ຜ່ານມາພົບວ່າມີຜູ້ຕິດເຊື້ອ 1,135 ຄົນ ແລະ ເສຍຊີວິດແລ້ວ 20 ຄົນ.

ເນເທີແລນຖືເປັນປະເທດອີກໜຶ່ງປະເທດໃນໂລກທີ່ກົດໝາຍອະນຸຍາດໃຫ້ເສບກັນຊາໄດ້ ແຕ່ໃນສະຖານະການປັດຈຸບັນກໍ່ເປັນອີກປະເທດທີ່ເກີດການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ລັດຖະບານຕ້ອງສັ່ງການເມື່ອວັນທີ 15 ມີນາ ທີ່ຜ່ານມາ ໃນເວລາ 18:00 ໂມງ ຕາມເວລາທ້ອງຖິ່ນ ແມ່ນຈະປິດຮ້ານອາຫານ, ສະຖານບັນເທິງ, ຮ້ານກາເຟ ທີ່ເປັນບ່ອນຂາຍກັນຊາທຸກແຫ່ງ ເຮັດໃຫ້ປະຊາຊົນທີ່ຊາບຂ່າວໄດ້ພາກັນມາຕໍ່ແຖວເພື່ອຊື້ກັນຊາໄປກັກຕຸນໄວ້.

ໂຈນາທານ ຊາຍຄົນໜຶ່ງທີ່ຕໍ່ແຖວຊື້ກັນຊາໄດ້ກ່າວວ່າ “ອີກສອງເດືອນຕໍ່ໜ້າເຮົາບໍ່ສາມາດຫາຊື້ກັນຊາໄດ້ ຢ່າງໜ້ອຍກໍ່ໜ້າຈະມີຕິດໄວ້ເຮືອນ”.
ຮຽບຮຽງຂ່າວ: ບຸດສະດີ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...