spot_img
Homeຄວາມງາມເທັກ​ນິກ​ແຕ່ງຫນ້າໃຫ້​ດັງ​ເບິ່ງ​ໂມຂື້ນ

ເທັກ​ນິກ​ແຕ່ງຫນ້າໃຫ້​ດັງ​ເບິ່ງ​ໂມຂື້ນ

Published on

27

1. ດັງ​ແໝບຫລາຍ ບໍ່​ມີ​ສັ ໃຊ້​ໄຮ​ໄລທ໌​ ສີ​ສະຫວ່າງ ​ແຕ້ມ​ບໍລິເວນ​ສັນ​ດັງ​ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ປີກ​ດັງ​ໄປ​ເຖິງ​ບໍລິເວນ​ສູນກາງ​ດັງ ລວມ​ເຖິງ​ຂ້າງ​ດັງ​ດ້ວຍ ເວັ້ນ​ບໍລິເວນ​ທີ່​ລົງ​ໄຮ​ໄລທ໌​ສີ​ສະຫວ່າງ​ໄວ້ ຈາກ​ນັ້ນ​ໃຊ້​ຟອງ​ນ້ຳ​ຄ່ອຍ​ໆ ເກ່ຍ​ໃຫ້​ສີ​ກົມ​ກືນ​ກັນ

2. ດັງ​ແໝບໜ້ອຍ ບໍ່​ມີ​ສັ ໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ​ແຕ້ມ​ບໍລິເວນ​ສັນ​ດັງ ​ແລະ ​ປີກ​ດັງ ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ຮ່ອງ​ດັງ ​ແລະ​ ຂ້າງ​ດັງ ຈາກ​ນັ້ນ​ໃຊ້​ອາຍ​ໄລ​ເນີລ໌​ສີ​ນ້ຳ​ຕານ​ອ່ອນ​ຂີດ​ເສັ້ນ​ແບ່ງ​ລະຫວ່າງ​ສັນ​ດັງ​ ແລະ​ ປີກ​ດັງ​ທັງ​ສອງ​ຂ້າງ ຈາກ​ນັ້ນ​ເກ່ຍ​ໃຫ້​ກົມ​ກືນ​ກັນ

3. ດັງ​ມີ​ສັນ ແຕ່​ນ້ອຍ ໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ ​ເກ່ຍ​ບໍລິເວນ​ຂ້າງ​ດັງ​ ແລະ​ ປີກ​ດັງ ເພື່ອ​ເນັ້ນ​ໃຫ້​ດັງ​ເບິ່ງ​ເດັ່ນ​ເທິງ​ໃບ​ໜ້າ ຈາກ​ນັ້ນ​ເກ່ຍ​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ບໍລິເວນ​ຮ່ອງ​ດັງ ແລະ ​ຂ້າງໆ ປີກ​ດັງ​ໜ້ອຍໜື່ງ

4. ດັງ​ມີ​ສັນ ແລະ​ໃຫຍ່ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ເກ່ຍ​ບໍລິເວນ​ຂ້າງ​ດັງ ​ແລະ ​ປີກ​ດັງ ສ່ວນ​ຮ່ອງ​ດັງ​ໃຫ້​ໃຊ້​ຄອນ​ຊີນ​ເລີລ໌​ສະຫວ່າງ​ກວ່າ​ຜິວແທ້ ເກ່ຍ​ໃຫ້​ກົມ​ກືນ​ກັບ​ຜິວ ຈະ​ຊ່ວຍ​ໃຫ້​ດັງ​ເບິ່ງ​ນ້ອຍ​ລົງ

5. ດັງ​ໂມເກີນໄ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ ເກ່ຍ​ບໍລິເວນ​ສັນ​ດັງ ຈະ​ຊ່ວຍ​ເຮັດໃຫ້​ດັງ​ເບິ່ງ​ແບນ​ລົງ ບໍ່​ໂມຈົນ​ເກີນ​ໄປ ແລະ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ສະຫວ່າງ​ກວ່າ​ຜິວ ເກ່ຍ​ບໍລິເວນ​ຮ່ອງ​ດັງ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...